ເກີດເຫດລົດເກັງປີ້ນ ຢູ່ທິດທາງສະຖານີນໍ້າງື່ມ-ສະຖານີຫີນເຫີບ

ອີງຕາມການລາຍງານ ຂອງເພສທາງດ່ວນວຽງຈັນ-ວັງວຽງ ໃຫ້ຮູ້ວ່າ: ໃນຕອນຄໍ່າເວລາປະມານ 18:40 ຂອງວັນທີ 8 ສິງຫາ 2021 ໄດ້ເກີດອຸບັດເຫດຂຶ້ນ ຢູ່ທິດທາງສະຖານີນໍ້າງື່ມ-ສະຖານີຫີນເຫີບ.

ຈຸດເກີດເຫດມີລົດເກັງຄັນໜຶ່ງ ໄດ້ເກີດອຸປະຕິເຫດ ທີ່ທິດທາງສະຖານີນຳ້ງື່ມ-ສະຖານີຫີນເຫີບ ສະຖານທີ່ເກີດເຫດແມ່ນຈຸດກິໂລແມັດທີ K83, ອຸປະຕິເຫດຄັ້ງນີ້ ມີຄົນເສຍຊິວິດ 1ຄົນ (ເສຍຊິວິດກັບທີ່) ແລະ ຮັບບາດເຈັບ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ ແມ່ນໄດ້ນຳສົ່ງເຖິງໂຮງໝໍແລ້ວ.

ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ແລະ ພະນັກງານຄຸ້ມຄອງທາງດ່ວນ ໄດ້ລົງໄປສະຖານທີ່ເກີດເຫດທັນທີ່, ພ້ອມທັງຈັດສັນການສັນຈອນ ແລະ ໃຫ້ຄວາມຊ່ວຍເຫຼືອ, ການຄາດຄະເນເບື້ອງຕົ້ນແມ່ນຂັບຂີ່ຍານພາຫະນະດ້ວຍຄວາມໄວສູງ.

ຈາກການເກີດອຸປະຕິເຫດໃນຄັ້ງນີ້, ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຂໍແຈ້ງເຕືອນມາຍັງນັກຂັບຂີ່ທຸກທ່ານວ່າ: ຄວນຂັບຂີ່ດ້ວຍຄວາມລະມັດລະວັງ, ຫຼຸດຜ່ອນຄວາມໄວຂອງພາຫະນະ ແລະ ຂັບຊ້າລົງ.

Leave a Reply

Your email address will not be published. Required fields are marked *