ເກີດແຜ່ນດິນໄຫວອີກເເລ້ວ !! ຢູ່ແຂວງໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານ ການເກີດແຜ່ນດິນໄຫວ ໃນວັນທີ 9 ສິງຫາ 2021 ເວລາ 02 ໂມງ 26 ນາທີ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 01 ຄັ້ງ.ໃນບໍລິເວນແຂວງໄຊຍະບູລີ ເຊິ່ງມີຈດສູນກາງຢູ່ເສັ້ນຂະໜານທີ 19.25 ອົງສາເໜືອ ແລະ ເສັ້ນແວງທີ 101.53 ອົງສາຕາເວັນອອກ ຄວາມແຮງ ສັ່ນສະເທືອນວັດແທກໄດ້ 1.7 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບ້ານຫ້ວຍພະ ເມືອງໄຊຍະບູລີ ແຂວງໄຊຍະບູລີ ແມ່ນຫ່າງຈາກເທສະບານເມືອງໄຊຍະບູລີ ປະມານ 20 ກິໂລແມັດ.

ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Leave a Reply

Your email address will not be published. Required fields are marked *