
ມາຮູ້ຈັກໜຸ່ມຫຼໍ່ປະສົບການແໜ້ນ ຄຳປະສົງ ອຸດທະຍອດ ຫຼຶ ກິໂຕ້ ຜູ້ຜ່ານເຂົ້າຮອບ 20 ຄົນ ຈາກເວທີ Mister Laos Mister International Laos 2021 ອາຍຸ 23 ປີ ກຳລັງຈົບການສຶກສາຈາກມະຫາວິທະຍາໄລ ກຸ້ຍໂຈ, ສາຂາກົດໝາຍທີ່ ສປ ຈີນ ປັດຈຸບັນແມ່ນໄດ້ເຮັດວຽກເປັນຜູ້ແປເອກະສານໃຫ້ກັບບໍລິສັດແຫ່ງໜຶ່ງຢູ່ປະເທດເຮົາ ເປັນໂຄງການຊ່ວຍເຫຼືອລ້າກໍ່ສ້າງບ້ານຈັດສັນທີ່ຖືກຜົນກະທົບຈາກເສັ້ນທາງລົດໄຟ ລາວ – ຈີນ.

ກິໂຕ້ ໄດ້ໃຫ້ສໍາພາດວ່າ: ທີ່ຜ່ານມາແມ່ນມີຜົນງານໃນວົງການບັນເທີງລາວມາຫຼາຍຢ່າງເລີຍ ບໍ່ວ່າຈະເປັນການເດີນແບບ, ເປັນພະເອກ MV ເຊັ່ນເພງ: ຖາມຈັກຄຳ ( ກຳລັງຈະຮອດໜຶ່ງລ້ານວິວແລ້ວ ຝາກທຸກກົດແຊຣ໌ໃຫ້ແດ່ເດີ ), ຖ່າຍໂຄສະນາໃຫ້ກັບໂທລະສັບ OPPO, ພິທີກອນ ແລະ ຖ່າຍແບບໂຄສະນາຕ່າງໆ ສຳລັບຄວາມໃຝ່ຝັນແມ່ນຢາກເປັນຕົວແທນໃຫ້ກັບໄວໜຸ່ມລາວເຮົາ ສະແດງສັກກະຍະພາບ ແລະ ຄວາມສາມາດຕ່າງໆໃນສັງຄົມໃຫ້ຫຼາຍຂຶ້ນ ເພື່ອໃຫ້ໄວໜຸ່ມລາວກ້າສະແດງອອກ ແລະ ສາມາດນຳໃຊ້ ຄວາມສາມາດເຂົ້າໃຊ້ໃນວຽກງານຕົວຈິງ ແລະ ທີ່ສຳຄັນແມ່ນຢາກໄດ້ຕຳແໜ່ງທີໜຶ່ງຂອງການປະກວດ ເພື່ອເປັນຕົວແທນໃຫ້ກັບໄວໜຸ່ມຊາຍລາວໃນການໄປປະກວດໃນເວທີສາກົນ ແລະ ສະແດງຄວາມສາມາດວັດທະນະທຳໃຫ້ສາກົນໄດ້ຮູ້ວ່າ ໄວໜຸ່ມຊາຍລາວບໍ່ໄດ້ໜ້ອຍໜ້າປະເທດອື່ນໆ. ສິ່ງທີ່ສຳຄັນໃນການມາປະກວດນີ້ແມ່ນຈະເຮັດໃຫ້ເຮົາໄດ້ແລກປ່ຽນຄວາມຮູ້ໃໝ່ໆຈາກຫຼາຍໆຄົນ ແລະ ໄດ້ມິດຕະພາບທີ່ດີກັບໝູ່ເພື່ອນທີ່ເຂົ້າປະກວດນຳກັນ.

ຄິດວ່າຕົນເອງເປັນຜູ້ຊາຍສະຕາຍແບບງ່າຍໆສະບາຍໆລຸຍໆ, ບ່ອນທີ່ເປັນສະເໜ່ທີ່ສຸດແມ່ນເວລາຍິ້ມ ສຳລັບສາຍາທີ່ຄົນອ້ອມຂ້າງມັກເວົ້າ ເປັນຄົນເຈົ້າຊູ້ ແຕ່ທີ່ຈິງແລ້ວໂຕ້ເປັນຄົນເຂົ້າຫາຄົນງ່າຍເລີຍຖືກສາຍາວ່າເປັນຄົນເຈົ້າຊູ້ ທີ່ຈິງບໍ່ແມ່ນ ເດີ.
ຄຳຄົມ ຫຼື ຄະຕິປະຈຳໃຈແມ່ນ: “ ບໍ່ມີສິ່ງໃດທີ່ເຮັດບໍ່ໄດ້ ຂໍພຽງແຕ່ເຮົາຕັ້ງໃຈ ແລະ ມີເປົ້າໝາຍທຸກຢ່າງສາມາດປະສົບຜົນສຳເລັດຢ່າງແນ່ນອນ ”.

ສຳລັບຄວາມສາມາດຂອງຕົນເອງ ແມ່ນດ້ານກິດຈະກຳ ເພາະປົກກະຕິໂຕ້ເປັນຄົນມັກເຮັດຢູ່ແລ້ວ ບໍ່ວ່າຕອນຮຽນມັດທະຍົມ ຫຼື ມະຫາວິທະຍາໄລຕອນຮຽນຢູ່ຈີນ ໂຕ້ກໍໄດ້ເປັນຕົວແທນຂອງນັກສຶກລາວ ແລະ ນັກສຶກສາຕ່າງປະເທດເຂົ້າຮ່ວມກິດຈະກຳຕ່າງໆ ບໍ່ວ່າຈະເປັນພິທິກອນ, ການເດີນແບບ, ການສະແດງ, ເຕັ້ນ, ຟ້ອນ ແລະ ປະເພດກີລາທຸກຢ່າງທີ່ສາມາດເຂົ້າຮ່ວມໄດ້.

ສໍາລັບສິ່ງທີ່ຄິດວ່າເປັນຈຸດເດັ່ນທີ່ຈະສາມາດເອົາຊະນະໃຈກຳມະການໄດ້ ຄືຄວາມຕັ້ງໃຈ ມຸ່ງໝັ້ນ ແລະ ບວກກັບພອນສະຫວັນຄວາມສາມາດຕ່າງໆ ເຊິ່ງກ່ອນການປະກວດແມ່ນໄດ້ມີການກຽມຕົວຫຼາຍໆຢ່າງ ບໍ່ວ່າຈະເປັນຄວາມພ້ອມທາງດ້ານຈິດໃຈ ແລະ ຮ່າງກາຍ, ຄວາມຮູ້, ຄວາມສາມາດຫຼາຍຢ່າງ.

ນວຽກງານຂອງການຊ່ວຍເຫຼືອສັງຄົມ ທີ່ຜ່ານມາໄດ້ມີການຮັບບໍລິຈາກເຄື່ອງອຸປະກອນການຮຽນໃຫ້ກັບນ້ອງໆທີ່ຫ່າງໄກສອກຫຼີກຢູ່ແຂວງຫຼວງນ້ຳທາ ແລະ ກິດຈະກຳຕ່າງໆ ແຕ່ຍັງນ້ອຍໂຕ້ເອງໄດ້ເຂົ້າສູນວັດທະນະທຳເດັກ ໄດ້ເປັນນັກຈັດລາຍການ “ ເປີດໃຈໄວໜຸ່ມ ” ໃນການເຜີຍແຜ່ຄວາມຮູ້ ແລະ ກ່ຽວກັບສິດທິເດັກໃນ ສປປ ລາວ ທີ່ຮ່ວມກັບອົງການຢູນິເຊັບ ປະຈຳລາວ ( UNICEF ) ໃນການເປັນກະບອກສຽງ ແລະ ເຜີຍແຜ່ຂ່າວສານ ກ່ຽວກັບສິດທິເດັກຕ່າງໆ.

ກິດຈະກຳຍາມວ່າງມັກຈະອອກກຳລັງກາຍ ແລະ ໃຊ້ເວລາຢູ່ນຳຄອບຄົວ, ມັກຟັງເພງ ຫຼື ຊອກກິດຈະກຳຕ່າງໆເຮັດ. ສ່ວນສະຕາຍການແຕ່ງຕົວແມ່ນແບບສະບາຍໆ ຖ້າບໍ່ແມ່ນເວລາວຽກກໍຈະເຫັນໂຕ້ໃສ່ເສື້ອຢືດ – ໂສ້ງຂາສັ້ນ ສໍາລັບສະເປັກທີ່ມັກເຫັນແລ້ວລະລາຍເປັນຄົນທີ່ມັກໃຈອ່ອນກັບຄົນທີ່ມາອ້ອນ ແລະ ແມ່ຍິງທີ່ເຊັກຊີ. ສໍາລັບຊ່ອງທາງການຕິດຕາມແມ່ນ FB: T’kito outhayoth, IG: KITOTO_KT, TikTok: kitoto45 ຈັ່ງໃດກໍຝາກຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງໂຕ້ແດ່ເດີ.