ມື້ນີ້ ສປປລາວ ປີ່ນປົວຜູ້ຕິດໂຄວິດ ດີ 751 ຄົນ

ສະຖານະການ ໂຄວິດປະຈຳວັນວັນທີ 09 /12/2021 ນີ້ . ທິມເເພດຫລືນັກຊຸດຂາວ ສາມາດຮັກສາ ຜູ້ຕິດເຊື້ອຫາຍດີ ໄດ້ກັບບ້ານແມ່ນ 751 ຄົນ. ໃນນັ້ນຕິດເຊື້ອໃຫມ່ 1212 ຄົນ ມີຜູ້ຕິດເຊື້ອສະສົມ 84503 ຄົນ,. ເສັຍຊີວິດໃຫມ່ 5 ຄົນ, ເສຍຊີວິດສະສົມ 224 ຄົນ

ເຖິງປົວຫາຍດີເຖີງ 751 ຄົນ ກໍ່ຍັງບໍ່ດີປານໃດ ເພາະຍອດຜູ້ຕິດເຊື້ອໃຫມ່ແມ່ນ ເພີ່ມເຖິງ 1212 ຄົນ . ຮູ້ໄດ້ຊັດເຈນວ່າ ຕິດເພີ່ມສູງກວ່າ ປົວຫາຍດີ,ຖ້າເປັນແບບນີ້ ໄປວັນໆ ແນ່ນອນແລ້ວ ໂພງຫມໍ ຫລື ຕຽງນອນຮັກສາຜູ້ຕິດເຊື້ອອາດຈະບໍ່ພໍ ຫລື ຄົນຕິດເຊື້ອລົ້ນໂຮງຫມໍ.

ສະນັ້ນ ທຸກຄົນຈົ່ງຊ່ວຍກັນຮ່ວມມືກັນແທ້ໆ ແລະ ຕ້ອງປະຕິບັດຕາມຄຳແນະນຳຂອງຂັ້ນເທິງງ ເພື່ອໄລ່ຕ້ານເຊື້ອໂຄວິດ ນີ້ ອອກຈາກປະເທດລາວໃຫ້ຫມົດໄປ.

Leave a Reply

Your email address will not be published. Required fields are marked *