ມີຜູ້ເສຍຊີວິດຈາກໂຄວິດສາຍພັນໂອມິຄຣອນລາຍທຳອິດ

ມີຜູ້ເສຍຊີວິດຈາກໂຄວິດ-19 ສາຍພັນໂອມິຄຣອນລາຍທຳອິດ ຢູ່ປະເທດອັງກິດ ແລະ ມີລາຍງານພົບເຊື້ອແລ້ວຫຼາຍກວ່າ 70 ປະເທດ

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່່າວໃນພິທີຖະແຫຼງຂ່າວ ປະຈຳວັນທີ 14 ທັນວາ ໃຫ້ຮູ້ວ່າ: ໃນວັນທີ 26 ພະຈິກ 2021ອົງການອະນາໄມໂລກ ປະກາດໃຫ້ໂຄວິດ-19 ສາຍພັນໂອມິຄຣອນ ເປັນສາຍພັນທີ່ຄວນເຝົ້າລະວັງ.

ມາຮອດປັດຈຸບັນ ມີຫຼາຍກວ່າ 70 ປະເທດ ລາຍງານການກວດພົບສາຍພັນ ໂອມິຄຣອນ. ມື້ນີ້ພວກເຮົາກໍ່ໄດ້ຮັບລາຍງານ ກໍລະນີທຳອິດຂອງໂລກທີ່ເສຍຊີວິດ ຈາກ ສາຍພັນໂອມິຄຣອນ ຢູ່ປະເທດອັງກິດ ເຊິ່ງອັດຕາການຕິດເຊື້ອໂອມິຄຣອນ ແມ່ນເພິ່ມຂຶ້ນເປັນ 2 ເທົ່າ ໃນທຸກໆ 2 ຫາ 3 ວັນ.

ຕໍ່ກັບສະພາບການລະບາດຂອງສາຍພັນ ໂອມິຄຣອນໃນທົ່ວໂລກນ້ັນ, ປະເທດເພື່ອນບ້ານຂອງພວກເຮົາ ກໍ່ກວດພົບເຫັນສາຍພັນດ່ັງກ່າວ ເຊັ່ນດຽວກັນ ຜ່ານລະບົບກັ່ນກອງຢູ່ສະໜາມບິນ

ຈາກຜູ້ທີ່ມີປະຫວັດເດີນທາງມາແຕ່ປະເທດທີ່ມີລາຍງານການລະບາດ ເຊິ່ງເປັນສັນຍານເຕືອນໃຫ້ພວກເຮົາທຸກຄົນ ຕ້ອງໄດ້ຍົກສູງສະຕິລະວັງຕົວ ແລະ ເຂັ້ມງວດໃນການປ້ອງກັນຕົນເອງ.

Leave a Reply

Your email address will not be published. Required fields are marked *