
ຕອນຄ່ຳວັນທີ 14 ທັນວາ, ກະຊວງສາທາລະນະສຸກ ກຳປູເຈຍ ໄດ້ອອກແຈ້ງການກວດພົບຜູ້ຕິດເຊື້ອສາຍພັນ Omicron ກໍລະນີທຳອິດຢູ່ປະເທດນີ້. ສະຖາບັນ Pasteur ກຳປູເຈຍ ເປັນຜູ້ປະກາດຜົນການວິໄຈໃນວັນດຽວກັນ.

ກໍລະນີຕິດໄ ວ ຣັ ດສາຍພັນ Omicron ແມ່ນພົນລະເມືອງ ກຳປູເຈຍ ກັບມາຈາກ Ghana ຜ່ານແດນຢູ່ Dubai, ໄທ ກັບເມືອ ກຳປູເຈຍ ໃນວັນທີ 12 ທັນວາ. ເມື່ອຄົນເຈັບຜູ້ນີ້ເຂົ້າ ກຳປູເຈຍ ແມ່ນຜ່ານສະໜາມບິນສາກົນ Phnom Penh, ອົງການສາທາລະນະສຸກ ກຳປູເຈຍ ໄດ້ປະຕິບັດການກວດເຊື້ອປະກົດວ່າ ຜົນກວດອອກມາເປັນບວກກັບເ ຊື້ ອໄວຣັດ SARS-CoV-2 ແລະ ໄດ້ປະຕິບັດມາດຕະການດ້ານການແພດ ຕາມຂໍ້ກຳນົດ. ກະຊວງສາທາລະນະສຸກ ກຳປູເຈຍ ຮຽກຮ້ອງໃຫ້ປະຊາຊົນສືບຕໍ່ປະຕິບັດການສັກວັກຊິນກັນໂ ຄ ວິ ດ-19 ຢ່າງຄົບຖ້ວນ ແລະ ປະຕິບັດຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດໂດຍລັດຖະບານ ກຳປູເຈຍ ວາງອອກຢ່າງເຂັ້ມງວດ.