ມາພົບ​ກັບ​ຊົນເຜົ່າ​ທີ່​ຖືກ​ທໍາລາຍດ້ວຍລະ​ເບີດ​ນິວ​ເຄຼຍຫຼາຍ​ທີ່​ສຸດ​ໃນ​ໂລກ

“ຫຼັງ​ຈາກ​ການ​ທົດ​ລອງ​ອາວຸດນິວ​ເຄຼຍ 900 ຄັ້ງ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຮົາ, ອາ​ເມ​ຣິກາ​ ຢາກ​ກວາດລ້າງ​ເຊື້ອຊາດພວກ​ເຮົາໃຫ້ພົ້ນອອກໄປຈາກແຜ່ນດິນ”: ພົບ​ກັບ​ຊົນເຜົ່າ​ທີ່​ຖືກ​ທໍາລາຍດ້ວຍລະ​ເບີດ​ນິວ​ເຄຼຍຫຼາຍ​ທີ່​ສຸດ​ໃນ​ໂລກ.

ຜືນແຜ່ນດິນ​ ຂອງຄົນອາ​ເມ​ຣິ​ກາພື້ນຖານ​​ດັ້ງເດີມ ໄດ້ຖືກປ່ຽນໃຫ້ກາຍ​ເປັນສະໜາມທົດ​ລອງ​ອາວຸດນິວ​ເຄຼຍ. ໃນປັດຈຸບັນ, ພວກເຂົາຕ້ອງທົນທຸກບາກພະຍາດທີ່ພວກເຂົາເປັນ.

ນັກເຕັ້ນລໍາເພດຍິງໄດ້ພາກັນມາເຕົ້າໂຮມກັນຢູ່ພູເຂົາຢັກຄາ

ຊາວໂຊຊອນ (Shoshone) ຊຶ່ງເປັນຄົນຊົນເຜົ່າດັ້ງເດີມອາເມຣິກາ ກ່າວວ່າ ‘ການເປັນຊົນເຜົ່າທີ່ຖືກຖິ້ມລະເບີດນິວເຄຼຍຫຼາຍທີ່ສຸດໃນໂລກ’ ແມ່ນລາງວັນທີ່ໃຜກໍ່ບໍ່ຕ້ອງການດອກ. ສິ່ງທີ່ເກີດຂື້ນມັນ​ມີ​ຜົນ​ກະ​ທົບຢ່າງ​ຮ້າຍ​ແຮງ​ຄົນໃນຊຸມ​ຊົນ ແລະ ສໍານັກຂ່າວຣອຍເຕີ (RT) ກໍໄດ້​ໂອ້​ລົມ​ກັບນັກເຄື່ອນໄຫວ​ໂຄ​ສະ​ນາ​ຜູ້​ໜຶ່ງ​ທີ່​ຕໍ່​ສູ້​ເພື່ອ​ຄວາມ​ຍຸດ​ຕິ​ທໍາ.

“ພວກເຂົາກຳລັງຍຶດຄອງບ້ານຂອງພວກເຮົາ, ພວກເຂົາກຳລັງສວຍໂອກາດລັກໂລບເອົາດິນແດນຂອງພວກເຮົາ ແລະ ພວກເຮົາກໍກໍາລັງຈະຕາຍຍ້ອນການກະທໍາດັ່ງກ່າວ. ພວກເຮົາຍັງພະຍາຍາມຕໍ່ສູ້ ແລະ ທໍາຄວາມເຂົ້າໃຈກັບສິ່ງທີ່ເກີດຂຶ້ນກັບພວກເຮົາ ແລະ ຊອກຫາວິທີເພື່ອຈະຢຸດມັນ, ແກ້ໄຂມັນ ແລະ ປ້ອງກັນບໍ່ໃຫ້ມັນເກີດຂຶ້ນໃນອະນາຄົດ.”

ນໍ້າສຽງຂອງທ່ານ ອຽນ ຊາບາເຕ (Ian Zabarte) ເຕັມໄປດ້ວຍຄວາມໂມໂຫ ແຕ່ບໍ່ກໍ່ບໍ່ໄດ້ເວົ້າແບບຂ້ອງຄາຫຍັງໃນຂະນະທີ່ລາວອະທິບາຍເຖິງຊະຕາກໍາອັນແສນລໍາບາກຂອງປະຊາຊົນຂອງລາວ, ຊາວອາເມຣິກາພື້ນຖານດັ້ງເດີມ ບໍ່ວ່າຢູ່ໃນສະຖານະການໃດກໍ່ຕາມ ພວກເຂົາກໍ່ປະສົບພົບພໍ້ກັບປະສົບການທີ່ໜ້າຢ້ານກົວ ໃນແບບທີ່ບໍ່ອາດຈະສາມາດຈິນຕະນາການໄດ້ ມາເປັນເວລາຫຼາຍທົດສະວັດແລ້ວ ຊຶ່ງມັນເກີດຈາກການກະທໍາຂອງລັດຖະບານ ໃນນະຄອນວໍຊິງຕັນ.

ທ່ານ ຊາບາເຕ ອາຍຸໄດ້ 57 ປີແລ້ວ, ລາວເປັນຫົວໜ້າຄົນສໍາຄັນຂອງເຂດຕາເວັນຕົກຂອງຊົນຊາດໂຊຊອນ ແລະ ລາວເປັນຫົວຫນ້າຜູ້ນໍາພາຄົນສໍາຄັນ ໃນການໂຄສະນາເຜີຍແຜ່ສິ່ງທີ່ລາວຮຽກວ່າເປັນ “ການກວາດລ້າງເຜົ່າພັນ” ຂອງຊົນເຜົ່າລາວ.

ຜືນແຜ່ນດິນໂຊຊອນ ຍາວຢຽດອອກໄປຈາກຮ່ອມພູເດດວາລີ່ (Death Valley) ໃນເຂດທະເລຊາຍໂມເຈບ (Mojave) ໃນພາກຕາເວັນອອກຂອງລັດຄາລິຟໍເນຍໄປຫາສວນເຢນໂລສະໂຕນ (Yellowstone) ໃນວິໂຢມມິ່ງ (Wyoming). ​ແຕ່​ໃນ​ປີ 1951 ອາເມຣິກາ​ໄດ້​ເລີ່​ມທົດ​ລອງ​ອາວຸດ​ນີວ​ເຄຼຍຢູ່​ເຂດໂຊຊອນ (Shoshone) ພາກ​ຕາ​ເວັນ​ຕົກ, ຢູ່​ທີ່​ເນວາດາພຼູບວິ່ງກຼາວ (Nevada Proving Ground) (ໃນປະຈຸບັນ​ເປັນທີ່ຮູ້​ຈັກໃນນາມເຂດ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດເນວາດາ). ປະຈຸບັນ ໂຊຊອນ ອາດຈະຮຽກໄດ້ວ່າເປັນເຂດທີ່ມີການຖີ້ມລະເບີດນິວເຄຼຍຫຼາຍທີ່ສຸດໃນໂລກ.

ພາຍໃນໄລຍະເວລາກວ່າ 40 ປີ ໄດ້ມີການທົດລອງອາວຸດນິວເຄຼຍ 928 ຄັ້ງ ໃນເຂດດັ່ງກ່າວ – ທົດລອງຢູ່ເທິງບັນຍາກາດປະມານ 100 ຄັ້ງ ທົດລອງຢູ່ໃຕ້ດິນຫຼາຍກວ່າ 800 ຄັ້ງ – ສົ່ງຜົນເຮັດໃຫ້ເກີດມີອາຍກໍາມັນຕະພາບລັງສີນິວເຄຼຍ ປະມານ 620 ກິໂລໂຕນ, ອີງຕາມຜົນການສຶກສາໃນປີ 2009. ​ເມື່ອ​ສົມ​ທຽບ​ກັບເຫດຖີ້ມລະເບີດໃນນະຄອນຮິໂຣຊິມາ (Hiroshima) ໃນປີ 1945 ມີ​ນ້ຳ​ໜັກພຽງແຕ່ 13 ກິ​ໂລ​ໂຕນ.

ສະໜາມທົດ​ລອງ​ອາວຸດນິວ​ເຄຼຍ

ເຫັນໄດ້ຢ່າງຊັດເຈນວ່າມັນແມ່ນຄວາມສ່ຽງທາງດ້ານສຸຂະພາບອັນໃຫຍ່ຫຼວງ ແລະ ທ່ານ ຊາບາເຕ ຜູ້ທີ່ອາໄສຢູ່ໃນເມືອງລັດສະເວເກັດ (Las Vegas) ໄດ້ເປີດສູນປິ່ນປົວຢູ່ທີ່ເດດວາລີ່ (Death Valley) ຊຶ່ງເປັນທໍາມະດາທີ່ລາວຈະມີຄວາມຄຽດແຄ້ນ ເຖິງແມ່ນວ່າລາວຈະເປັນຄົນມີສະເໜ່ ແລະ ເປັນມິດກັບທຸດຄົນກໍຕາມ, ຄວາມຮູ້ສຶກຄຽດແຄ້ນໄດ້ຫຼອມລວມເຂົ້າໄປໃນນໍ້າສຽງຂອງລາວເປັນປະຈໍາໃນຂະນະທີ່ລາວເວົ້າເຖິງຄວາມບໍ່ຍຸດຕິທໍາທີ່ປະຊາຊົນຂອງລາວຕ້ອງທຸກທົນ. ແຕ່ລາວກໍບໍ່ເຄີຍຮູ້ສຶກເສຍດາຍ ຍັງມີຮ່ອງຮອຍຄວາມຮູ້ສຶກຂອງການຕໍ່ຕ້ານ.

ຊາວໂຊຊອນໄດ້ລົງນາມເຊັນໃນສົນທິສັນຍາຣູບີ່ວາລີ່ (Ruby Valley) ໃນປີ 1863, ເຊິ່ງໄດ້ມອບສິດບາງຢ່າງໃຫ້ກັບອາເມຣິກາ. ແຕ່​ພວກ​ເຂົາ​ບໍ່​ໄດ້​ປະ​ຖິ້ມຜືນແຜ່ນ​ດິນຂອງພວກເຂົາ. ທ່ານ ຊາບາເຕ ກ່າວຕໍ່ສໍານັກຂ່າວຣອຍເຕີ (RT) ວ່າ “ພວກເຮົາບໍ່ໜ້າເຊັນໃນສົນທິສັນຍານັ້ນເລີຍ ຊຶ່ງສຸດທ້າຍແລ້ວ ມັນກໍ່ມາທໍາລາຍພວກເຮົາຢ່າງແສນສາຫັດ”.

ອີງຕາມ​ຂໍ້ມູນຂອງຊົນ​ເຜົ່າ​ແລ້ວ, ໂຄງການ​ທົດລອງ​ຂອງ​ວໍ​ຊິງ​ຕັນ​ໄດ້​ສັງຫານຊີວິດຂອງປະຊາຊົນ​ຫຼາຍ​ພັນ​ຄົນ, ​ໃນ​ນັ້ນ​ມີ​ຫຼາຍ​ຄົນທີ່​​ເປັນມະ​ເຮັງ ​ແລະ ເປັນ​ພະຍາດ​ຕ່າງໆ.

ຜິວໜັງຂອງພໍ່ຕູ້ຂອງຂອງທ່ານ ຊາບາເຕ ມີອາການຫຼຸດລອກຍ້ອນພາວະພູມຕ້ານທານບົກພ່ອງ ແລະ ບໍ່ດົນລາວກໍໄດ້ເສຍຊີວິດຍ້ອນພາວະຫົວໃຈວາຍ. ສະມາຊິກຄອບຄົວຜູ້ອື່ນໆຕ້ອງໃຊ້ເຄື່ອງກະຕຸ້ນຫົວໃຈຕັ້ງແຕ່ຍັງເດັກ, ໃນຂະນະທີ່ລູກຝາແຝດທີ່ເປັນຄູ່ຂອງລາວເສຍຊີວິດ ຕອນອາຍຸພຽງ 11 ປີ.

ລາວອະທິບາຍວ່າ “ຄອບຄົວຂອງຂ້ອຍມີອັດຕາການເປັນມະເຮັງຕ່ອມໄທຣອຍສູງ, ແຕ່ພວກເຮົາກໍບໍ່ໄດ້ຕິດຕາມພວກເຂົາເຫຼົ່ານັ້ນ – ພວກເຮົາບໍ່ມີຄວາມສາມາດ”.

“ສະຫະລັດບໍ່ຕ້ອງການສຶກສາຜົນກະທົບທີ່ບໍ່ດີຕໍ່ສຸຂະພາບຂອງພວກເຮົາ. [ມັນ] ບໍ່ແຕກຕ່າງຫຍັງກັບ ພວກນາຊີ (Nazi) ເຢຍລະມັນທີ່ບໍ່ຕ້ອງການສຶກສາຜົນສະທ້ອນດ້ານສຸຂະພາບຂອງການທົດລອງທີ່ພວກເຂົາເຮັດກັບຄົນຢິວ. ຊຶ່ງມັນໄກຈາກຄວາມຖືກຕ້ອງ. ພວກເຮົາຕ້ອງເຮັດເອົາເອງ ແລະ ພວກເຮົາຕ້ອງກໍ່ການຄວາມຊ່ວຍເຫຼືອ.”

ຊາວໂຊຊອນ ບໍ່ມີອຸປະກອນການແພດ ຫຼື ຖານຂໍ້ມູນຄອມພິວເຕີເພື່ອຕິດຕາມຄົນຂອງພວກເຂົາ. ດັ່ງນັ້ນ ການເສຍຊີວິດຈາກສະພາບເງື່ອນໄຂທີ່ສົງໄສ ໂດຍທົ່ວໄປແມ່ນບໍ່ໄດ້ບັນທຶກໄວ້. ນອກຈາກນັ້ນ, ຕາມປະເພນີແລ້ວ ຊາວໂຊຊອນ ເປັນຄົນຖືກຽດຂອງຕົນເອງ ດັ່ງນັ້ນບໍ່ແມ່ນໝົດທຸກຄົນທີ່ຈະຍອມເວົ້າກ່ຽວກັບບັນຫາສຸຂະພາບຂອງເຂົາເຈົ້າ.

ເຖິງ​ວ່າ​ການ​ທົດ​ລອງ​ນິວ​ເຄຼຍ​ແມ່ນເຮັດຢູ່​ໃຕ້​ດິນ​ໃນ​ປີ 1962 ແຕ່ມັນກໍ​ບໍ່​ປອດ​ໄພ.

ດັ່ງທີ່ ທ່ານ ຊາບາເຕ ອະທິບາຍວ່າ, “ເຖິງແມ່ນວ່າມັນຈະລົງໄປໃຕ້ດິນ ການລະບາຍອາກາດກໍຍັງເກີດຂື້ນ ແລະ ພວກເຮົາບໍ່ຮູ້ວ່າອາຍກໍາມັນຕະພາບລັງສີກະຈາຍໄປໃສແດ່.”

ສິ່ງນັ້ນແມ່ນເກີດມາຈາກເຫດການໄມຕີ່ໂອກ (Mighty Oak), ການທົດລອງທີ່ຜິດພາດ ຊຶ່ງມັນໄດ້ທໍາລາຍອຸປະກອນທີ່ມີມູນຄ່າ 32 ລ້ານໂດລາ ໃນເດືອນເມສາ ປີ 1986. ເປັນເວລາຫຼາຍອາທິດກ່ອນທີ່ເຊີໂນບຽວ (Chernobyl) ແລະ ຜູ້ຊ່ຽວຊານຈະອອກມາອ້າງວ່າລັດຖະບານສະຫະລັດໄດ້ປ່ອຍສານກໍາມັນຕະພາບລັງສີແບບລັບໆ ທີ່ທຸກຄົນຄິດວ່າມັນມາຈາກເຫດໄພພິບັດຂອງໂຊຫວຽດ.

ທ່ານ ຊາບາເຕ ກ່າວວ່າ “ກົມພະລັງງານບໍ່ໄດ້ພິຈາລະນາວ່າມັນເປັນອຸປະຕິເຫດ ເພາະວ່າພວກເຂົາປ່ອຍອາຍນິວເຄຼຍດ້ວຍຕົນເອງພາຍໃນຫ້ອງໃຕ້ດິນບ່ອນທີ່ອາວຸດໄດ້ລະເບີດຂື້ນ. ມັນໄດ້ກະຈາຍໄປທົ່ວໂລກ ແລະ ສານກໍາມັນຕະພາບລັງສີເຊີໂນບຽວ (Chernobyl) ໄດ້ຖືກຕີກັບຄືນສູ່ສະຫະລັດ”.

ເມືອງ ເຊີໂນບຽວ

ແນ່ນອນວ່າ ສະຫະລັດບໍ່ແມ່ນປະເທດດຽວທີ່ທົດລອງອາວຸດນິວເຄຼຍ. ສະຫະລາຊະອານາຈັກຍັງໄດ້ນໍາໃຊ້ທີ່ດິນເຂດຕາເວັນ ຕົກຂອງໂຊຊອນໃນການທົດລອງ 24 ຄັ້ງ ນອກນັ້ນຍັງມີການທົດລອງຮ່ວມກັນກັບອາເມຣິກາ. ຝຣັ່ງກໍໄດ້ສໍາເລັດການທົດລອງອາວຸດນິເຄຼຍ 210 ຄັ້ງ ໃນເຂດອັລເຈີເຣຍ (Algeria) ແລະ ໃນເຂດປາຊີຟິກເຂດໃຕ້ ແຕ່ປີ 1960 ຫາ ປີ 1996. ແລະ ສະຫະພາບໂຊຫວຽດໄດ້ນໍາໃຊ້ສະຖານທີ່ຢູ່ເຊມີປາລາຕິນ (Semipalatinsk) ໃນຄາຊັກສະຖານມາ ມາຈົນຮອດປີ 1989 ເພື່ອທໍາການທົດລອງ​.

ແຕ່ຕົກມາຮອດທຸກມື້ນີ້, ກິດຈະກໍາລັບຫຼາຍຢ່າງຍັງສືບຕໍ່ດໍາເນີນການຢູ່ເທິງຜືນແຜ່ນດິນຂອງໂຊຊອນ, ຊືຶ່ງສາມາດພິສູດໄດ້ໂດຍ ຖ້ຽວບິນເຈເນັດ (JANET) ໂດຍປົກກະຕິແມ່ນຈະບິນຈາກລັດສະເວກັດ (Las Vegas) ໄປຫາເຂດພື້ນທີ່ 51. (ທີ່ມີປ້າຍສະແດງ ໂດຍມີຂໍ້ຄວາມວ່າບໍ່ມີສະຖານີພັກສໍາລັບຜູ້ໂດຍສານ).

ນອກນັ້ນຍັງມີບັນຫາຂໍ້ໂຕ້ແຍ້ງກ່ຽວກັບຄັງເກັບມ້ຽນສິ່ງເສດເຫຼືອຈາການທົດລອງນິວເຄຼຍຢູ່ເຂດພູເຂົາຢັກຄາ (Yucca), ໃນເບື້ອງຕົ້ນແຜນດັ່ງກ່າວໄດ້ວາງໄວ້ໃນປີ 1987 ແລະ ຕໍ່ມາໄດ້ຮັບການອະນຸມັດຈາກລັດຖະບານສະໄໝ ທ່ານ ໂອບາມາ, ເຊິ່ງ ຊາວໂຊຊອນກໍໄດ້ພະຍາຍາມຂັດຂວາງ. ຄັງເກັບມ້ຽນດັ່ງກ່າວມີຈຸດປະສົງເພື່ອເກັບມ້ຽນສິ່ງເສດເຫຼືອທີ່ມີລະດັບສານກໍາມັນຕະພາບລັງສີສູງ.

ທ່ານ ຊາບາເຕ ມີບົດການສຶກສາວິໄຈ ຂອງກົມພະລັງງານຂອງສະຫະລັດສໍາລັບໂຄງການ ທີ່ລາວເວົ້າວ່າ ຫມາຍເຖິງ ” ການກັ່ນຕອງວັດທະນະທໍາ” ທີ່ກໍານົດໃຫ້ເປັນ “ສະຖານະການທາງເລືອກທີ່ຖືກບັງຄັບ ຊຶ່ງກຸ່ມຊົນເຜົ່າກໍາລັງປະເຊີນກັບການຕັດສິນໃຈໃນການຈັດລຽງລໍາດັບຄວາມສໍາຄັນຂອງຊັບພະຍາກອນດ້ານວັດທະນະທໍາທີ່ມີຄຸນຄ່າເທົ່າທຽມກັນ ທີ່ອາດຈະໄດ້ຮັບຜົນກະທົບຈາກໂຄງການພັດທະນາ.”

ນອກຈາກນີ້ຍັງເວົ້າເຖິງວ່າການກັ່ນຕອງນີ້ ຊຶ່ງອາດຈະເປັນ “ເປັນການເກັບພາສີທາງດ້ານຈິດໃຈສໍາລັບຄົນອິນເດຍແດງ.” ອົງການສະຫະປະຊາຊາດໄດ້ກັບຄືນໄປອ້າງອີງຢູ່ໃນບົດລາຍງານປີ 2006, ແລະ ທ່ານ ຊາບາເຕ ເຊື່ອວ່າພວກເຂົາກວມລວມເອົາບັນຫາທີ່ປະຊາຊົນຂອງລາວກໍາລັງປະເຊີນຫນ້າຢູ່ຢ່າງຄົບຖ້ວນ.

ພວກ​ເຮົາ​ຮັບຮູ້ເຖິງການ​ກະ​ທຳ​ໂດຍ​ເຈດ​ຕະ​ນາຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ເພື່ອ​ທຳລາຍ​ແບບແຜນການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງມັນພົວພັນເຖິງ​ຊັບ​ສິນ ແລະ ຜືນແຜ່ນ​ດິນ​ສັກ​ສິດ​ຂອງ​ພວກ​ເຮົາ.”

ທ່ານກ່າວວ່າ ” ອາເມຣິກາ ໄດ້ພັດທະນາຂະບວນການທີ່ເປັນລະບົບເພື່ອ ກວາດລ້າງຊົນເຜົ່າຂອງພວກເຮົາໃຫ້ພົ້ນອອກໄປຈາກດິນແດນດັ່ງກ່າວ ເພື່ອໃຫ້ພວກເຂົາໄດ້ຮັບຜົນກຳໄລທັງໝົດ ແລະ ນໍາໄປມອບໃຫ້ແກ່ຊາວອາເມລິກາກຸ່ມອື່ນໆ,” “ເພື່ອພິສູດການຂ້າລ້າງເຜົ່າພັນພວກເຮົາຈໍາເປັນຕ້ອງພິຈາລະນາວ່າ ເຈດຕະນາແມ່ນເພື່ອຫຍັງແທ້? ມັນແມ່ນວັດທະນະທຳທີ່ເປັນຄວາມລັບ, ນັ້ນແມ່ນເຈດຕະນາຂອງພວກເຂົາ.”

ຕົວຢ່າງທີ່ສຳຄັນຂອງຊີວິດຊາວໂຊຊອນໄດ້ຖືກລົບລ້າງມາຕັ້ງແຕ່ ປີ 1971 ດ້ວຍກົດໝາຍວ່າດ້ວຍການປ່ອຍມ້າປ່າແບບເສລີ (Wild Free-Roaming Horses Act). ດັ່ງທີ່ ທ່ານ ຊາບາເຕ ໄດ້ອະທິບາຍວ່າ: “ນັກການເມືອງໃນວໍຊິງຕັນດີຊີ ໄດ້ກໍານົດໃຫ້ມ້າອິນເດຍແດງຂອງພວກເຮົາເປັນປ່າທໍາມະຊາດ ແລະ ຕັ້ງແຕ່ເລີ່ມຕົ້ນມາຈາກຄົນລ້ຽງສັດຂອງພວກເຮົາ, ຜູ້ທີ່ມີສິດຮັບປະກັນວ່າເປັນຜູ້ລ່າສັດ ຫຼື ຄົນລ້ຽງສັດພາຍໃຕ້ສົນທິສັນຍາສໍາລັບການລ້ຽງສັດ.

ຫ້ອງການຄຸ້ມຄອງທີ່ດິນຂອງສະຫະລັດອາເມລິກາໄດ້ກໍານົດວ່າມ້າ, ງົວ ແລະ ສັດລ້ຽງຂອງພວກເຮົາໄດ້ທໍາລາຍທີ່ດິນຂອງພວກເຂົາ. ​ແຕ່ຄວາມເປັນຈິງແມ່ນທີ່ດິນ​ຖືກ​ທຳລາຍ​ຍ້ອນ​ການ​ທົດ​ລອງ​ອາວຸດ​ນິວ​ເຄຼຍ ​ແລະ​ ລັດຖະບານ​ສະຫະລັດ ​ໄດ້​ຖິ້ມ​ໂທດ​ໃສ່​ຊາວ​ໂຊ​ຊອນ.

ບໍ່ມີກິດຈະກໍາທາງເສດຖະກິດ ຫຼື ແບບແຜນການດໍາລົງຊີວິດແບບຍືນຍົງ ແລະ ເມືອງທີ່ໃກ້ທີ່ສຸດແມ່ນຢູ່ຫ່າງອອກໄປ 80 ໄມ. ທ່ານ ຊາບາເຕ ຜູ້ທີ່ສາມາດຕິດຕາມລູກຫຼານຂອງລາວໄປຍັງເຂດກາວິກ (Kawich), ເຊິ່ງຕັ້ງບ້ານເຮືອນຢູ່ໃນເຂດພື້ນທີ່ 51. “ຂ້ອຍບໍ່ມີຫຍັງເປັນສິ່ງຈັບຈອງທີ່ເປັນຂອງຂ້ອຍເອງ ເພື່ອໃຫ້ກັບຄືນໄປຫາແລ້ວ,” “ພວກເຂົາລັກມ້າຂອງຂ້ອຍໄປ, ພວກເຂົາປຸ້ນເອົາແບບແຜນການດໍາລົງຊີວິດຂອງຂ້ອຍໄປ. ບໍ່ມີວຽກເຮັດ, ບໍ່ມີໂອກາດ; ສະຫະລັດໄດ້ລັກຂະໂມຍເສດຖະກິດຂອງພວກເຮົາໄປລວມທັງ ການລ່າສັດ, ການຫາປາຂອງພວກເຮົາ … ແລະ ເຮັດໃຫ້ພວກເຮົາກາຍເປັນຜູ້ບຸກລຸກໃນປະເທດຂອງພວກເຮົາເອງ.”

ແຕ່ການຈັບຈອງທີ່ດິນສາມາດເຮັດໄດ້ພຽງແຕ່ເປັນສ່ວນນ້ອຍໆຂອງແຜ່ນດິນໂຊຊອນທັງໝົດເທົ່ານັ້ນ. ສ່ວນທີ່ເຫຼືອແມ່ນຖືກ ນໍາໃຊ້ໂດຍລັດຖະບານ ແລະ ພົນລະເມືອງອາເມຣິກາ. ປະຊາຊົນເຫຼົ່ານັ້ນພາກັນຊື້ເຮືອນ ແລະ ດໍາລົງຊີວິດຢູ່ໃນທີ່ດິນ ຊຶ່ງຊາວໂຊຊອນຮູ້ສຶກວ່າພວກເຂົາຄວນຈະເປັນເຈົ້າຂອງຄວບຄຸມມັນ – ແຕ່ເງິນພາສີທັງໝົດທີ່ໄດ້ຈາກກິດຈະກໍາທາງເສດຖະກິດແມ່ນສົ່ງໄປໃຫ້ອາເມຣິກາ ໝົດ. ຊາວໂຊຊອນບໍ່ມີສິດຮຽກຮ້ອງຫຍັງໝົດ.

ທ່ານ ຊາບາເຕ ກ່າວວ່າ “ ອາເມຣິກາບໍ່ສາມາດພິສູດໄດ້ວ່າໃຜເປັນເຈົ້າຂອງທີ່ແທ້ຈິງ ແຕ່ພວກເຂົາເຂົ້າມາໃນປະເທດຂອງພວກເຮົາ ແລະ ພວກເຂົາກໍຈ່າຍເງິນພາສີໃຫ້ລັດເນວາດາ ແລະ ລັດເນວາດາ ກໍເອົາເງິນດັ່ງກ່າວ ແລ້ວນໍາໄປໃຫ້ຫນ່ວຍງານອື່ນໆທີ່ບໍ່ແມ່ນອົງການຈັດຕັ້ງ ຂອງລັດຖະບານຂັ້ນທ້ອງຖິ່ນຂອງໂຊຊອນ ແລະ ພວກເຮົາບໍ່​ໄດ້​ຮັບ​ຫຍັງເລີຍ. ນັ້ນແມ່ນການເກັບພາສີໂດຍບໍ່ມີການເປັນຕົວແທນ.

ເຖິງວ່າຈະມີຄວາມຮູ້ສຶກຢ່າງຊັດເຈນວ່າມັນບໍ່ຍຸຕິທໍາ ແຕ່ລາວກໍຮູ້ສຶກວ່າຕົນມີໜ້າທີ່ຕ້ອງເຕືອນຊາວອາເມຣິກາທີ່ອາໄສຢູ່ ຫຼື ຜ່ານຊາດໂຊຊອນເຖິງອັນຕະລາຍທີ່ມັນເກີດຂື້ນ.

ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ບອກຢູ່ສະ​ເຫມີ​ວ່າ, ‘ເວລາຍ່າງ ບໍ່ໃຫ້​ເຕະຂີ້​ຝຸ່ນ’ ເນື່ອງ​ຈາກ​ວ່າ​ມັນມີການປົນເປື້ອນຂອງສານກໍາມັນຕະພາບລັງສີ. ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ກຸ່ມ​ຄົນ​ເຫຼົ່າ​ນີ້​ຍ້ອນ​ສົນ​ທິ​ສັນ​ຍາ​ວ່າດ້ວຍສັນ​ຕິ​ພາບ ແລະ​ ມິດ​ຕະ​ພາບ​ ແລະ​ ມີ​ໜ້າ​ທີ່​​ໃຫ້​ການ​ຊ່ວຍ​ເຫຼືອ​ ແລະ​ ​ປອບ​ໂຍນ​​ຄົນ​ອາ​ເມຣິ​ກາ​ຄົນ​ອື່ນໆ​ທີ່ປະສົບກັບບັນຫາດັ່ງກ່າວ. ແຕ່ຂ້ອຍກໍເຫັນວ່າພວກເຂົາເຮັດໃຫ້ຂີ້ຝຸ່ນຟົ້ງກະຈາຍ ເວລາທີ່ພວກເຂົາຂັບລົດວິບາກ (off-road) ແລະ ພວກເຂົາກໍປ່ອຍໃຫ້ຕົນເອງສໍາຜັດກັບຂີ້ຝຸ່ນເຫຼົ່ານັ້ນ ນອກຈາກນັ້ນຕາມຫຼັງເຮືອນປະຊາຊົນ ກໍເຕັມໄປດ້ວຍທາດ ພລູໂຕນຽມນໍາອີກ.”

ກຸນແຈສໍາຄັນສໍາລັບ ທ່ານ ຊາບາເຕ ແມ່ນການສ້າງຄວາມຮັບຮູ້. ຍິ່ງຄົນຮູ້ປະຫວັດສາດຂອງຜືນແຜ່ນດິນ ແລະ ເຂົ້າໃຈບັນຫາຫຼາຍເທົ່າໃດ ຍິ່ງມີໂອກາດໃນການເຄື່ອນໄຫວຢ່າງມີຄວາມໝາຍຫຼາຍຍິ່ງຂຶ້ນ. ໃນນັ້ນອາດຈະພົວພັນເຖິງການເຝົ້າລະວັງທາງການແພດ ແລະ ໃຫ້ຄຳແນະນຳແກ່ຄົນຮຸ່ນຕໍ່ໄປກ່ຽວກັບວິທີປ້ອງກັນຕົນເອງ.

ທ່ານ ຊາບາເຕ ຍັງມີຄວາມກະຕືລືລົ້ນທີ່ຈະສ້າງແຮງກະຕຸ້ນເພື່ອໃຫ້ຊາວໂຊຊອນ ລວມທັງລູກຊາຍຂອງລາວເອງ ສາມາດເຂົ້າເຖິງຜືນແຜ່ນດິນຂອງພວກເຂົາທັງຫມົດ ແລະ ສ້າງກິດຈະກໍາທາງເສດຖະກິດທີ່ມີຄວາມເຫມາະສົມກັບຮີດ ຄອງປະເພນີຂອງພວກເຂົາ.

“ພວກ​ເຮົາ​ຈໍາເປັນຕ້ອງ​ສືບ​ຕໍ່​ໃຫ້​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ຮັບ​ຮູ້​ວ່າ ຄົນ​ຮຸ່ນ​ຕໍ່​ໄປ​ບໍ່​ມີ​ບ່ອນ​ຢູ່​ທີ່​ປອດ​ໄພອີກແລ້ວ; ພວກ​ເຮົາ​ມີທີ່ດິນຈັບຈອງຂະ​ຫນາດ​ນ້ອຍ​ເທົ່ານັ້ນ ​ແລະ​ ມັນກໍເປັນ​ອາ​ນາ​ນິ​ຄົມ​ທີ່ສ້າງ​ຕັ້ງ​ຂື້ນ​ໂດຍ​ສະ​ຫະ​ລັດ​. ທີ່ດິນດັ່ງກ່າວມີຕົວຕົວສະເພາະພາຍໃນຂອບເຂດທີ່ອາເມຣິກາໃຫ້ການສະໜອງເງິນທຶນໃຫ້ເທົ່ານັ້ນ. ພວກເຮົາບໍ່ມີທາງທີ່ຈະຢູ່ລອດໄດ້ໃນຜືນແຜ່ນດິນຂອງພວກເຮົາເອງ.”

ລາວເປັນຜູ້ທີ່ຮັບຜິດຊອບຕໍ່ພາລະກິດ ແລະ ໄດ້ອຸທິດຊີວິດຂອງລາວເອງເພື່ອແບກຫາບພາລະດັ່ງກ່າວນີ້. “ຂ້າພະເຈົ້າມີ​ກຽດ​ສັກ​ສີ ແລະ​ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ມີກໍເຊັ່ນກັນ ແລະ​ ຂ້າ​ພະ​ເຈົ້າ​ຕໍ່​ສູ້ເພື່ອສິ່ງນັ້ນ. ພວກເຂົາບໍ່ມີທາງຈະໜີລອດໄປໄດ້.”

Leave a Reply

Your email address will not be published.