
ແນະນໍາໜຸ່ມໜ້າຕີ໋ ດີກຣີນັກຮຽນນອກ ຄວາມຝັນຢາກເປັນຕົວແທນຂອງປະເທດລາວສູ່ເວທີສາກົນ ເຊຍ ອາເຊິນ ລາດວົງໄຊ ໝາຍເລກ Mister 03 ເພື່ອໃຫ້ໄປເຖິງຝັນນໍາກັນ ປັດຈຸບັນອາຍຸ 26 ປີ ຈາກແຂວງວຽງຈັນ ຈົບປະລິນຍາຕີ ວິທະຍາໄລຣັຕະນະ ຈົບປະລິນຍາໂທ ມະຫາໄລຢູນນານ ປະເທດຈີນ.

ຄວາມໃຝ່ຝັນກ່ຽວກັບເວທີນີ້ແມ່ນຢາກເປັນຕົວແທນຂອງປະເທດລາວ ໃນການໄປປະກວດຕໍ່ໃນລະດັບນານາຊາດ ແລະ ຢາກຜັນຕົວເອງເຂົ້າວົງການບັນເທີງ ເພາະເປັນຄົນມັກໃນການເປັນນັກສະແດງ ແລະ ເດີນແບບ ຖ້າເປັນໄປໄດ້ແມ່ນຢາກຮຽນຮ້ອງເພງຈິງຈັງ ແລະ ເປັນນັກຮ້ອງນໍາ.

ຄໍາຄົມ ແລະ ຄະຕິປະຈໍາໃຈຂອງນ້ອງແມ່ນ “ ທໍ້ໄດ້ແຕ່ບໍ່ຖອຍ ” ເພາະຄໍາຄົມນີ້ນ້ອງໃຊ້ມາຕະຫຼອດກັບການໃຊ້ຊີວິດໃນຕອນທີ່ນ້ອງເກັບຕົວຝຶກຊ້ອມເປັນນັກກີລາທີມຊາດ ການຮຽນ ແລະ ເວທີນີ້ກໍເຊັ່ນກັນນ້ອງມີຄວາມຕັ້ງໃຈຫຼາຍໃນການປ່ຽນແປງຕົວເອງ ເພື່ອໃຫ້ສົມບູນແບບທີ່ສຸດໃນຮູບແບບຂອງຕົວນ້ອງເອງ.

ສິ່ງທີ່ເປັນຄວາມສາມາດທີ່ຢາກຈະສະອອກສູ່ສາຍຕາຄົນອື່ນ ອາດຈະເປັນການເຮັດທ່າລໍາຂອງກີລາເທຄວັນໂດ ທີ່ເອີ້ນວ່າ poomsae ເຊິ່ງນ້ອງຕິດທີມຊາດໃນປະເພດນີ້ ແລະ ຫວັງວ່າທຸກຄົນຈະປະທັບໃຈ ແລະ ຕື່ນເຕັ້ນ ( ພົບກັນໃນຮອບສະແດງ ຄວາມສາມາດພິເສດຢ່າງແນ່ນອນ ).

ຈຸດເດັ່ນທີ່ຈະເອົາຊະນະໃຈກໍາມະການ ແລະ ໄດ້ຕໍາແໜ່ງອາດຈະແມ່ນຄວາມເປັນຕົວຂອງຕົວເອງ ແລະ ຄວາມມຸ່ງໝັ້ນ ເຊິ່ງນ້ອງມີ ຄວາມຕັ້ງໃຈ ແລະ ສູ້ເຕັມທີ່ຫຼາຍກັບທຸກໆກິດຈະກໍາທີ່ກອງປະກວດໃຫ້ປະຕິບັດ.

ສໍາລັບກຽມຕົວຂອງນ້ອງໃນໄລຍະນີ້ ແມ່ນການປັ້ນຫຸ່ນ, ກຽມພາສາ, ການເດີນແບບ ປັບບຸກຄະລິກກະພາບ ແລະ ການຝຶກເວົ້າລວມເຖິງການປັບທັດສະນະຄະຕິນໍາ ເພື່ອໃຫ້ທຸກຢ່າງອອກມາດີ ແລະ ສົມບູນແບບທີ່ສຸດ ໃນວຽກງານຂອງການປະກອບສ່ວນຊ່ວຍເຫຼືອສັງຄົມອາດຈະເປັນການບໍລິຈາກຊ່ວຍເຫຼືອຕ່າງໆໃນເຟສບຸ໊ກທີ່ມີຄົນຂໍຄວາມຊ່ວຍເຫຼືອ ແລະ ເລື່ອງນີ້ນ້ອງມີຄວາມຄິດວ່າການຊ່ວຍເຫຼືອສັງຄົມຄືການທີ່ເຮົາມີຈິດສໍານຶກໃນຄວາມຄິດທີ່ດີປະຕິບັດໃນສິ່ງທີ່ດີ ແລະ ເປັນປະໂຫຍດຕໍ່ສັງຄົມໃນເລື່ອງໃດໜຶ່ງ ພຽງສໍ່ານີ້ທຸກຄົນກໍສາມາດຊ່ວຍເຫຼືອສັງຄົມໄດ້ແລ້ວ.

ກິດຈະກໍາຍາມວ່າງທີ່ມັກເຮັດແມ່ນ ຝຶກຊ້ອມເທຄວັນໂດ, ຕີດອກ, ຮ້ອງເພງ, ຫຼິ້ນເກມ, ສະຕາຍການແຕ່ງຕົວຂອງເຊິນ ສ່ວນຫຼາຍສະແຕ່ງຊິວໆແບບວິນເທດ. ສຸດທ້າຍນີ້ຝາກທຸກຄົນເຊຍ ແລະ ເປັນກໍາລັງໃຈໃຫ້ Mister 03 ແດ່ເດີ ສັນຍາວ່າຈະເຮັດໃຫ້ດີທີ່ສຸດ ແລະ ຈະເປັນ fighter ທີ່ມີຄວາມພາຍາຍາມທີ່ສຸດຄົນໜຶ່ງໃນການປະກວດ Mister laos mister international laos20212 ຊ່ອງທາງໃນການຕິດຕາມຜົນງານ ແລະ ການເຄື່ອນໄຫວແມ່ນ ເຟສ ບຸ໊ກ Azern Lathvongxay.