ຮອງລັດຖະມົນຕີກະຊວງການເງິນ ຊຸກຍູ້ແຜນງົບປະມານແຫ່ງລັດຢູ່ແຂວງບໍ່ແກ້ວ

ໃນວັນທີ 9 ສິງຫາຜ່ານມານີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກແຜນງົບປະມານແຫງລັດ ຢູ່ແຂວງບໍ່ແກ້ວ ໂດຍມີທ່ານ ສົມຫວັງ ລໍວັນໄຊ ຫົວໜ້າພະແນກການເງິນແຂວງບໍ່ແກ້ວ, ມີຫົວໜ້າຂະແໜງ, ຫົວໜ້າຫ້ອງການ-ການເງິນເມືອງເຂົ້າຮ່ວມ.

ທ່ານ ສົມຫວັງ ລໍວັນໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານ 7ເດືອນຕົ້ນປີ 2021, ດ້ານລາຍຮັບແຜນການປີ 2021 ມີຈໍານວນ 409 ຕື້ກວ່າກີບ, ປະຕິບັດໄດ້ 175 ຕື້ກວ່າກີບ ເທົ່າກັບ 42,97% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 1,24%. ໃນນີ້, ລາຍຮັບຂອງສູນກາງປະຕິບັດຢູ່ທ້ອງຖິ່ນແຜນການປີ 270 ຕື້ກວ່າກີບ, ປະຕິບັດໄດ້ 115 ຕື້ກວ່າກີບ ເທົ່າກັບ 42,83% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 0,01%.

ລາຍຮັບທ້ອງຖິ່ນຂອງແຂວງແຜນການປີ 199 ຕື້ກວ່າກີບ, ປະຕິບັດໄດ້ 60 ຕື້ກວ່າກີບ, ເທົ່າກັບ43,23% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 3,56% ລາຍຮັບດຸ່ນດ່ຽງຈາກສູນກາງແຜນການປີ 2021 ຈຳນວນ 150 ຕື້ກີບ, ປະຕິບັດໄດ້ 98 ຕື້ກວ່າກີບ, ເທົ່າກັບ 65,30% ຂອງແຜນການປີ, ເພາະແຂວງບໍ່ແກ້ວ ເປັນແຂວງທີ່ຂາດດຸນທາງດ້ານງົບປະມານ.

ດ້ານລາຍຈ່າຍແຜນການປີ 2021 ມີຈໍານວນ 289 ຕື້ກວ່າກີບ, ຈ່າຍຕົວຈິງ ຜ່ານລະບົບຄັງເງິນປະຕິບັດໄດ້ 148 ຕື້ກີບ, ເທົ່າກັບ 51,25% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານຫຼຸດລົງ0,58%. ສຳລັບການເບີກຈ່າຍເງິນເດືອນ ຮອດເດືອນ 7/2021 ໄດ້ເບີກຈ່າຍສຳເລັດທົ່ວແຂວງແລ້ວ.

ສໍາລັບຄາດໝາຍສູ້ຊົນຈັດເກັບລາຍຮັບພູດສູນກາງ ແລະ ທ້ອງຖິ່ນໃນ 5 ເດືອນທ້າຍປີ 2021 ໃຫ້ໄດ້ 161 ຕື້ກວ່າກີບ, ໃນນີ້, ລາຍຮັບສູນກາງໃຫ້ໄດ້ 105 ຕື້ກວ່າກີບ, ລາຍຮັບທ້ອງຖິ່ນໃຫ້ໄດ້ 55 ຕື້ກວ່າກີບ. ຖ້າປະຕິບັດໄດ້ຕາມໂຕເລກສູ້ຊົນໃນ 5 ເດືອນທ້າຍປີ 2021 ລາຍຮັບສູນກາງ ຈະປະຕິບັດໄດ້221 ຕື້ກວ່າກີບ ເທົ່າກັບ 81,98% ຂອງແຜນການປີ, ລາຍຮັບທ້ອງຖິ່ນຈະປະຕິບັດໄດ້ 115 ຕື້ກວ່າກີບ,ເທົ່າກັບ 83,27% ຂອງແຜນການປີ. ລວມລາຍຮັບທັງສູນກາງ ແລະ ທ້ອງຖິ່ນ ຈະປະຕິບັດໄດ້ 337 ຕື້ກວ່າກີບ, ເທົ່າກັບ 82,42% ຂອງແຜນການປີ.

ຄາດໝາຍສູ້ຊົນດ້ານລາຍຈ່າຍໃນ 5 ເດືອນທ້າຍປີ 2021 ໃຫ້ໄດ້ 148 ຕື້ກວ່າກີບ, ລວມລາຍຈ່າຍໝົດປີ ຈະປະຕິບັດໄດ້ 297 ຕື້ກວ່າກີບ, ເທົ່າກັບ 102,7% ຂອງແຜນການປີ.

ສາເຫດທີ່ພາໃຫ້ເກັບລາຍຮັບບໍ່ໄດ້ຕາມແຜນການ ແມ່ນຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ ແລະ ໃນໄລຍະເດືອນ 4-6/2021 ຢູ່ 2 ເມືອງຄື: ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ ຊຶ່ງໄດ້ປິດການສັນຈອນໄປມາ ລະຫວ່າງ ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ແລະ ແຂວງໃກ້ຄຽງ ທີ່ມີຜົນກະທົບໂດຍກົງຕໍ່ການດໍາເນີນທຸລະກິດ ແຕ່ລະຂະແໜງການ ແລະ ການດໍາລົງຊີວິດຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ, ລາຄານ້ຳມັນໄດ້ປັບລາຄາສູງຂຶ້ນເລື້ອຍໆ ຊຶ່ງມີຜົນກະທົບໂດຍກົງຕໍ່ຜູ້ໃຊ້ບໍລິການ, ສະພາບໄພເງິນເຟີ້, ລາຄາສິນຄ້າໃນທ້ອງຕະຫຼາດ ມີການເໜັງຕີງ ເຮັດໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ບໍ່ສາມາດເຄື່ອນໄຫວທຸລະກິດໄດ້ຢ່າງຄ່ອງຕົວ. ການເກັບລາຍຮັບບາງປະເພດຫຼຸດລົງ ຍ້ອນຂະແໜງການບໍລິການທີ່ຕິດພັນກັບການໃຫ້ບໍລິການຂອງນັກທ່ອງທ່ຽວເປັນຕົ້ນ: ເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະ ຄ່າເຊົ່າຢູ່ເຂດເຊື່ອມຕໍ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ໄດ້ມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ແຕ່ລະຂະແໜງການ ຕ້ອງມີຄວາມຕັດສິນໃຈສູງ ແລະ ຖືເປັນບັນຫາສຳຄັນກ່ຽວກັບວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ກຳແໜ້ນ ແລະ ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ບັນດານິຕິກຳຕ່າງໆ ຕິດພັນກັບການປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ຈັດວາງບຸກຄະລາກອນທີ່ມີຄວາມຮູ້ໃຫ້ສົມຄູ່ກັບຄວາມສາມາດ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການ ຕ້ອງດຳເນີນການປັບປຸງລະບົບການຈັດຕັ້ງ ແລະ ກົນໄກຂອງບັນດາຂະແໜງ ການ ໃຫ້ມີຄວາມກະທັດຮັດ ແລະ ສອດຄ່ອງກັບພາລະບົດບາດ, ຂອບເຂດສິດ, ຕາມຂໍ້ຕົກລົງຂອງກະຊວງການເງິນ, ເພີ່ມທະວີ ແລະ ເຂັ້ມງວດ ປະຕິບັດບັນດານິຕິກຳ ທີ່ລັດຖະບານໄດ້ກຳນົດອອກ ໂດຍສະເພາະການຄຸ້ມຄອງທາງດ້ານລາຍຮັບ, ເຂັ້ມງວດທາງດ້ານລາຍຈ່າຍ. ສ້າງແຜນກຳນົດວິທີການ, ມາດຕະການໃນການບຳລຸງກໍ່ສ້າງພະນັກງານແຕ່ລະປະເພດ, ແຕ່ລະໆດັບ ທັງໄລຍະສັ້ນ, ໄລຍະຍາວ, ກໍ່ສ້າງໄປຕາມແຜນ, ຕາມຄວາມຕ້ອງການ, ນຳໃຊ້ຄົນໃຫ້ຖືກ ແລະ ຮັບປະກັນໃຫ້ໄດ້ພະນັກງານ 3 ລຸ້ນ.ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ສາຍຕັ້ງ, ສາຍຂວາງ ເພື່ອຈະໄດ້ປັບປຸງກົງຈັກການຈັດຕັ້ງກ່ຽວກັບບາງຕຳແໜ່ງບໍລິຫານຂອງຫ້ອງການການເງິນ ຢູ່ຂັ້ນເມືອງ ແລະ ບາງຂະແໜງຢູ່ຂັ້ນພະແນກການເງິນແຂວງ ແລະ ສາມຂະແໜງສາຍຕັ້ງຈຳນວນໜຶ່ງ ທີ່ເຫັນວ່າ: ມີຄວາມຈຳເປັນເຮັດໃຫ້ໂຄງປະກອບການຈັດຕັ້ງໄດ້ປະຕິບັດຕາມພາລະບົດບາດຂອງຕົນ ແລະ ຮັບປະກັນໄດ້ທາງດ້ານຄຸນນະພາບ. ເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນທີ່ບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນ ແມ່ນນໍ້າມັນເຖື່ອນ, ພາຫະນະເຖື່ອນ ແລະ ສິນຄ້າອື່ນໆ ຕາມຊາຍແດນໃຫ້ເຂົ້າສູ່ລະບຽບການ.

Leave a Reply

Your email address will not be published. Required fields are marked *