ຈີນ ລົງທຶນດ້ານຊັບສິນຄົງທີ່ທາງລົດໄຟຫລາຍກວ່າ 106 ຕື້ຢວນ

ຂປລ.ຕາມຂ່າວຈາກ ຊີອາໄອ, ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ຈຳກັດ ລະບຸວ່າ: ໃນໄຕມາດ ທີໜຶ່ງ ຂອງປີນີ້, ການລົງທຶນ ດ້ານຊັບ ສິນຄົງ ທີ່ທາງລົດໄຟ ໃນທົ່ວປະເທດຈີນ ບັນລຸ 106,5 ຕື້ຢວນ, ໄດ້ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ໂດຍເປີດ ບໍລິການ ທາງລົດໄຟ ສາຍ ໃໝ່ 447 ກິໂລ ແມັດ, ໃນນັ້ນ ມີທາງລົດໄຟ ຄວາມໄວສູງ 233 ກິໂລແມັດ.

ຂະນະທີ່ ຜູ້ຮັບຜິດຊອບ ພະແນກ ການພັດທະນາ ແລະ ການປະຕິຮູບ ຂອງກຸ່ມບໍລິສັດ ທາງລົດໄຟ ແຫ່ງ ຊາດຈີນ ຈຳກັດ ກ່າວຕື່ມວ່າ:

ການລົງທຶນ ດ້ານຊັບສິນ ຄົງທີ່ ທາງລົດໄຟ ໃນທົ່ວປະເທດ ໂດຍສະເພາະ ແມ່ນການລົງທຶນ ກໍ່ສ້າງພື້ນຖານ ໂຄງລ່າງ ທາງລົດໄຟ ໄດ້ສຳເລັດ ເກີນຄາດໝາຍ, ໂຄງການ ສຳຄັນ ໄດ້ຮັບຄວາມຄືບໜ້າ ເປັນກ້າວໆ. ຕໍ່ໄປ, ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ຈຳກັດ ຈະເຊື່ອມຕໍ່ ແລະ ໃຫ້ບໍລິການ ຍຸດທະສາດ ການພັດທະນາ ຂອງປະເທດຢ່າງ ເປັນເຈົ້າການ, ລົງເລິກ ປະຕິບັດ ແຜນແມ່ບົດການພັດທະນາ ທາງດ້ານ ທາງລົດ ໄຟ ທີ່ລະບຸໄວ້ໃນ “ແຜນພັດທະນາ ເສດ ຖະກິດ ສັງຄົມແຫ່ງຊາດ 5 ປີຄັ້ງທີ 14”,

ວາງແຜນໂດຍລວມ ໃນການ ປະຕິບັດໜ້າທີ່ ການກໍ່ສ້າງ, ການລົງທຶນ ເພື່ອຍົກ ລະດັບພື້ນຖານ ໂຄງລ່າງ ແລະ ການຈັດຊື້ ເຄື່ອງອຸປະກອນໃໝ່, ຊຸກຍູ້ ການກໍ່ສ້າງ ໂຄງການ ສຳຄັນຕ່າງໆ ເຊັ່ນ: ທາງລົດໄຟ ເຊສວນ-ຕິເບດ, ທາງລົດໄຟ ຄວາມ ໄວສູງ ຕາມແຄມ ແມ່ນ້ຳ ຢາງເຊ ແລະ ຕາມແຄມ ຝັ່ງທະເລ ຢ່າງມີຄຸນນະພາບສູງ,

ຮັບປະກັນ ສຳເລັດໜ້າທີ່ ການລົງທຶນ ດ້ານຊັບສິນ ຄົງທີ່ ໃນໝົດປີ ເພື່ອປະກອບ ສ່ວນ ອັນຕັ້ງ ໜ້າ ໃຫ້ແກ່ ການເຄື່ອນໄຫວ ເສດຖະກິດ ແຫ່ງຊາດ ຢ່າງໝັ້ນທ່ຽງ

Leave a Reply

Your email address will not be published. Required fields are marked *