
ພວກເຮົາພ້ອມທີ່ຈະຢືນຄຽງຂ້າງຝ່າຍຄຸນນະທຳ
ໃນສະພາບການຄວາມເຄັ່ງຕຶງ ຣັດເຊຍກ່າວວ່າ: ຣັດເຊຍຈະເຮັດທຸກສິ່ງຢ່າງເພື່ອເຮັດໃຫ້ຖານະເຈົ້າອຳນາດໂລກຂອງອາເມຣິກາສິ້ນສຸດລົງ.
ເວັບໄຊ “ໂທລະພາບຣັດເຊຍວັນນີ້”
ໄດ້ລາຍງານວ່າ: ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ ການປະຕິບັດການພິເສດທາງການທະຫານຂອງຣັດເຊຍມີຈຸດປະສົງເຮັດໃຫ້ ການຈັດລະບຽບຂອງໂລກທີ່ນຳໂດຍອາເມລິການັ້ນສິ້ນສຸດລົງ.
ເນື່ອງຈາກທາດແທ້ຂອງອາເມລິກາ ຍາມໃດກໍ່ລະເມີດກົດໝາຍສາກົນ ໂດຍການສະແຫວງຫາຜົນປະໂຫຍດສ່ວນຕົວ ຫາກິນບົນສົງຄາມ ແຊກແຊງປະເທດນັ້ນປະເທດນີ້ ກໍ່ກວນວຸ້ນວາຍ ເຮັດໃຫ້ໂລກບໍ່ມີຄວາມສະຫງົບສຸກ.

ທ່ານລັຟລົຟກ່າວວ່າ ການປະຕິບັດການພິເສດທາງການທະຫານຂອງຣັດເຊຍແມ່ນເພື່ອເຮັດໃຫ້ແຜນການທີ່ນາໂຕ້ (NATO) ຂະຫຍາຍອິດທິພົນສູ່ທິດຕາເວັນອອກຕາມໃຈນັ້ນສິ້ນສຸດລົງ ແລະ ເຮັດໃຫ້ອາເມລິກາ ແລະ ປະເທດຕາເວັນຕົກທີ່ຄອບຄອງ “ຖານະເຈົ້າອຳນາດ” ໃນເວທີສາກົນຕາມລຳພັງໃຈນັ້ນສິ້ນສຸດລົງເຊັ່ນກັນ.
ທ່ານລັຟລົຟກ່າວຕື່ມວ່າ, ອັນທີ່ເອີ້ນວ່າ “ຖານະເຈົ້າອຳນາດ”ແມ່ນສ້າງຂຶ້ນບົນພື້ນຖານການລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ຣັດເຊຍແມ່ນປະເທດໜຶ່ງທີ່ບໍ່ຍອມຕໍ່ຄວາມທະເຍີທະຍານຂອງອາເມຣິກາ,
ຣັດເຊຍແມ່ນສ່ວນໜຶ່ງຂອງປະຊາຄົມໂລກທີ່ມີຄວາມສະເໝີພາບກັນ, ບໍ່ອະນຸຍາດໃຫ້ປະເທດຕາເວັນຕົກເບິ່ງຂ້າມຜົນປະໂຫຍດດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງຣັດເຊຍ.
