ມອບລົດຈັກ ທີ່ເປ້ເພໃຊ້ບໍ່ໄດ້​ ໃຫ້ໂຮງຮຽນເຕັກນິກວິຊາຊີບ

ມອບລົດຈັກ ທີ່ເປ້ເພໃຊ້ບໍ່ໄດ້​ ໃຫ້ໂຮງຮຽນເຕັກນິກວິຊາຊີບ​ ແລະ​ ສູນພັດທະນາສີມືແຮງງານ​ ໄປໜູນໃຊ້ເຂົ້າໃນການຮຽນ-ການສອນ

ພະແນກການເງິນແຂວງອັດຕະປື ມອບລົດຈັກໃຫ້ໂຮງຮຽນເຕັກນີກວິຊາຊີບ ແລະ​ ສູນພັດທະນາສີມືແຮງງານ

ໂດຍປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ມອບ-ຮັບລົດຈັກ ໃຫ້ບຸກຄົນ ທີ່ສານໄດ້ຕັດສິນຮີບເປັນຂອງລັດ,​ ທີ່ມີການເປ້ເຟ ເປັນໂຄງເຫຼັກເສດ ແລະ ອິງຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ,ດັ່ງນັ້ນພະແນກການເງິນແຂວງອັດຕະປື ຈຶ່ງໄດ້ເຫັນດີມອບລົດຈັກ ທີ່ເປ້ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງອັດຕະປື ຈຳນວນ 17 ຄັນ ແລະ ມອບໃຫ້ສູນພັດທະນາສີມືແຮງງານຈໍານວນ 10 ຄັນ.

ເພື່ອໃຫ້ໂຮງຮຽນເຕັກນີກວິຊາຊີບ ແລະ ສູນພັດທະນາສີມືແຮງງານຂອງແຂວງ ນໍາໄປໜູນໃຊ້ເຂົ້າໃນການຮຽນ-ການສອນຂອງນັກສືກສາ ແລະ ຜູ້ທີ່ເຂົ້າມາເຝີກອົບຮົມດ້ານສີມືແຮງງານຢູ່ສູນພັດທະນາສີມືແຮງງານຂອງແຂວງ,

ທັງນີ້ກໍ່ເພື່ອເປັນການສົ່ງເສີມ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ລວມທັງເປັນການສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ-ໄວ້ໜຸມ ພາຍໃນແຂວງອັດຕະປື ມີວິຊາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບແກ້ໄຂຄວາມທຸກຍາກ.​

ພິທີມອບ-ຮັບຢ່າງເປັນທາງການໄດ້ຈັດຂື້ນເມື່ອວັນທີ 27 ເມສາ 2022 ນີ້ ທີ່ພະແນກການເງີນແຂວງ,ໂດຍການກ່າວມອບຂອງທ່ານ ທູນໄຊ ເມກດາວົງ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ແລະ ຕ່າງໜ້າກ່າວຮັບໂດຍແມ່ນທ່ານ ຖາວອນ ສຸກດາວົງ ອໍານວຍການໂຮງຮຽນເຕັກນີກວິຊາຊີບແບບປະສົມແຂວງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ໄຊຈະເລີນ

Leave a Reply

Your email address will not be published. Required fields are marked *