ພາບປະຫວັດສາດ ທ່ານ ພັນຄຳ ວິພາວັນ ນາຍົກລາວ ຢືນຮ່ວມຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ຢູ່ຕໍ່ໜ້າທຳນຽບຂາວ

ພາບປະຫວັດສາດ ທ່ານ ພັນຄຳ ວິພາວັນ ນາຍົກລາວ ຢືນຮ່ວມຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ຢູ່ຕໍ່ໜ້າທຳນຽບຂາວ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຮ່ວມກັບຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ຢູ່ຕໍ່ໜ້າທຳນຽບຂາວ ໃນໂອກາດກອງປະຊຸມສຸດຍອດພິເສດ ອາຊຽນ-ສະຫະລັດອາເມລິກາ.

ຮູບດັ່ງກ່າວນີ້ຖືກໂພສໂດຍເຟສບຸກທາງການຂອງທ່ານ ໄບເດນ ເມື່ອຕອນເຊົ້າຂອງມື້ນີ້ຕາມເວລາປະເທດລາວ (13 ພຶດສະພາ 2022) ພ້ອມຂໍ້ຄວາມທີ່ວ່າ “ໃນແລງມື້ນີ້, ຂ້າພະເຈົ້າໄດ້ຕ້ອນຮັບຜູ້ນຳອາຊຽນສູ່ທຳນຽບຂາວເປັນຄັ້ງທຳອິດໃນປະຫວັດສາດ ແລະ ນັ້ນເປັນການເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງສະຫະລັດໃນອາຊີຕາເວັນອອກສ່ຽງໃຕ້.

ພວກເຮົາໄດ້ຫາລືກ່ຽວກັບຄວາມສຳຄັນໃນການເຮັດວຽກຮ່ວມກັນເພື່ອຮັບປະກັນຄວາມປອດໄພ, ຄວາມຮຸ່ງເຮືອງ ແລະ ຄວາມເຄົາລົບຕໍ່ສິດທິມະນຸດຂອງປະຊາຊົນ 1 ຕື້ຄົນຂອງພວກເຮົາ”.

Leave a Reply

Your email address will not be published. Required fields are marked *