
ຈາກຜູ້ໃຊ້ເຟສບຸກຊື່Sengchanh Keokhamsouk ໄດ້ໂພສວ່າ: ບໍ່ວ່າງຢ່າອ່ານ ຂ້ອຍຈົ່ມຊື່ໆກ່ອນອື່ນບອກນ້ອງໆຢ່າຮຽນຕໍ່ຖ້າບໍ່ມີເສັ້ນສາຍໃຫຍ່ພຽງພໍ

ຖ້າຂ້ອຍຢາກເຮັດວຽກໃນໂຮງງານ ຢາກເຮັດວຽກໃຊ້ແຮງງານ ຂ້ອຍບໍ່ຈຳເປັນຕັ້ງໃຈຮຽນລຳບາກປານນີ້ ບໍ່ຕ້ອງເສຍເງີນຮຽນຫລາຍປານນີ້ ບໍ່ຕ້ອງຈົບປະລິນຍາຕີກະເຮັດໄດ້.

ເວລາຮຽນບັງຄັບໃຫ້ຂ້ອຍຮຽນ ຕັ້ງໃຈຮຽນຊ່ຳໃດກະຍັງວ່າບໍ່ດີພໍ @ແລ້ວທີຂ້ອຍຈົບມາ #ດ້ວຍກຽດນິຍົມອັນດັບ1 ເລື່ອງຄວາມຮູ້ ຄວາມສາມາດບໍ່ນ້ອຍຫນ້າໃຜດອກ ແລ້ວມີວຽກຮອງຮັບຂ້ອຍບໍ ກົດດັນໃຫ້ໄປເຮັດວຽກນຳໂຮງຈັກໂຮງງານໂດຍບໍ່ມີລະດັບຂັ້ນເງີນເດືອນຕ່າງຈາກຜູ້ບໍ່ໄດ້ຮຽນເລີຍ ດີບໍ່ດີໄດ້ເງີນຫນ້ອຍກວ່າຜູ້ບໍ່ໄດ້ຮຽນອີກ ເງີນເດືອນ1-2ລ້ານ ແຕ່ຄ່າຄອງຊີບ3-4ລ້ານຕໍ່ເດືອນຍັງບໍ່ພໍ.

ຢາກພັດທະນາຊັບພະຍາກອນມະນຸດແຕ່ບໍ່ມີການສ້າງແຮງຈູງໃຈຫລືແຮງກະຕຸ້ນຕໍ່ແນວຄວາມຄິດມີແຕ່ໃຫ້ໄປຕາມເປັນຕາມເກີດໃຜມັນເຊື່ອຫມັ້ນໃນແນວຄິດການເມືອງເພາະມີຄວາມສະຖຽນນະພາບດີ ແຕ່ການຈັດສັນບຸກຄະລາກອນຍັງບໍ່ເກີດດອກອອກຜົນເທົ່າທີ່ຄວນ
#ຕັ້ງໃຈຮຽນເກືອບຕາຍສຸດທ້າຍຂາຍເຂົ້າປຸ້ນຢູ່ບ້ານ

ແຫລ່ງທີ່ມາ:
