ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

ທັນຮັດກຸມຄືດັ່ງທີ່ໄດ້ກ່າວມານັ້ນ;

ການເໜັງຕີງຂອງຄ່າເງິນກີບຍັງໄດ້ຮັບຜົນກະທົບຫຼາຍຈາກຈິດຕະສາດຂອງປະຊາຊົນໃນສັງຄົມເຮົາທີ່ກໍາລັງແຕກຕື່ນຍ້ອນມີຄວາມກັງວົນຫຼາຍເກີນເຫດຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບ ປະາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນ ຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍໃນແຕ່ລະວັນທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດ ຕໍ່ຄວາມເປັນຊາດໃຫ້ຕໍ່າລົງ. ປະກົດການດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍເຮັດ ໃຫ້ສະພາບອັດຕາແລກປ່ຽນຂອງພວກເຮົາໃນໄລຍະທ້າຍເດືອນມີນາ-ເດືອນເມສາ ໄດ້ເໜັງຕີງແຮງ ໃນທິດທາງອ່ອນຄ່າ ຫຼາຍກວ່າລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ.

ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບເກີນລະດັບທີ່ຄວນຈະເປັນຈະສົ່ງຜົນກະທົບຕໍ່ທຸກພາກ ສ່ວນໃນສັງຄົມບໍ່ວ່າຈະເປັນພາກລັດກໍຄືພາກເອກະຊົນ ສົ່ງຜົນໃຫ້ພັນທະົໃນການຊໍາລະກັບຕ່າງປະເທດຂອງພວກເຮົາໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດ ເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາທຸກຄົນໃນສັງຄົມ, ​ໃນຂະນະທີ່, ລາຍຮັບຕໍ່ຫົວຄົນຂອງພວກເຮົາ ເມື່ອຄິດໄລ່ເປັນເງິນຕາຕ່າງປະເທດຈະຫຼຸດລົງ ສົ່ງຜົນ ກະທົບດ້ານລົບຕໍ່ສະຖານະພາບດ້ານການພັດທະນາເສດຖະກິດຂອງປະເທດ ແລະ ຊື່ສຽງຂອງຊາດ ໃນເວທີສາກົນ,

ເຖິງແມ່ນວ່າພວກເຮົາຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດ ໄດ້ ແຕ່ຂ້າພະເຈົ້າ ກໍຄືທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ: ຖ້າພວກເຮົາທຸກຄົນ ທຸກພາກສ່ວນ ທຸກສາຍອາຊີບ ບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ກໍາໄດ້ສະພາບຄວາມເປັນຈິງ ແລະ ຕັດສິນໃຈເປັນຈິດໜຶ່ງ ໃຈດຽວກັນ ຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າບັນຫາອັດຕາແລກປ່ຽນທີ່ພວກ ເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ບໍ່ວ່າຈະເປັນສະພາບການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະນາຄານ ແລະ ອັດຕາ ແລກປ່ຽນຢູ່ນອກລະບົບໄດ້. ເພື່ອເປັນແຮງຍູ້ດັນແກ້ໄຂບັນຫາດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການຈໍານວນໜຶ່ງ ເພື່ອຄຸ້ມຄອງປະລິມານເງິນເຂົ້າສູ່ລະບົບເສດຖະກິດໃຫ້ຢູ່ໃນລະດັບ ທີ່ເໝາະສົມໂດຍສະເພາະຕິດພັນກັບການຄຸ້ມຄອງປະລິມານເງິນ,

ຍົກສູງຄຸນຄ່າຂອງເງິນກີບ ແລະ ຄຸນນະພາບຂອງສິນເຊື່ອຂອງລະບົບທະນາຄານ ໃຫ້ແທດເໝາະກັບສະພາບຄວາມຕ້ອງການໃນການ ນໍາໃຊ້ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການບໍລິໂພກ ຊົມໃຊ້ ແລະ ນໍາເຂົ້າສິນຄ້າສູງຂຶ້ນ ເກີນຄວາມຈໍາເປັນ ຜ່ານການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາຈໍານວນໜຶ່ງ ເປັນຕົ້ນການດັດປັບອັດຕາ ດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ, ດັດປັບອັດຕາເງິນແຮຝາກບັງຄັບ ແລະ ອອກພັນທະບັດຂອງທະນາຄານແຫ່ງ ສປປ ລາວ ໃນລະດັບທີ່ເໝາະສົມ.

ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນຮັບຜິດຊອບດໍາເນີນມາດຕະການທີ່ເຂັ້ມຂຸ້ນກວ່າເກົ່າຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວ ດ້ານເງິນຕາຕ່າງປະເທດແບບບໍ່ສອດຄ່ອງກັບລະບຽບກົດໝາຍ; ໂດຍຈະເຂັ້ມງວດການຄຸ້ມຄອງບັນດາ

ຮ້ານແລກປ່ຽນເງິນຕາຕົວແທນດ້ວຍການນໍາໃຊ້ມາດຕະການບໍລິຫານທີ່ເຄັ່ງຄັດຫຼາຍຂຶ້ນ ຜ່ານທັງກົນໄກກວດກາໂດຍກົງຂອງທະນາຄານແຫ່ງ ສປປ ລາວ ແລະ ຜ່ານການຊີ້ນໍາໃຫ້ທະນາຄານທຸລະກິດໃຫ້ເພີ່ມທະວີຄວາມຮັບຜິດຊອບ ໃນການປະກອບສ່ວນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຕ່ລະທະນາຄານທຸລະກິດ ໃຫ້ມີການເຄື່ອນໄຫວສອດຄ່ອງກັບລະບຽບທີ່ທະນາຄານແຫ່ງ ສປປ ລາວ ກໍານົດອອກ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຄັ່ງຄັດ

ຫຼາຍຂຶ້ນ ພ້ອມທັງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃຫ້ໄປຕາມລະບຽບກົດໝາຍກໍຄືຂະບວນການຍຸຕິທໍາຢ່າງເປັນຮູບປະທໍາຫຼາຍຂຶ້ນເວົ້າລວມເວົ້າສະເພາະກໍແມ່ນຈະຢຸດຕິການອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາຕົວແທນທີ່ມີການປະກາດອັດຕາແລກປ່ຽນ ແລະ ຊື້-ຂາຍເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍ;

ຄຽງຄູ່ກັນນີ້, ກໍຈະເຂັ້ມງວດກວດກາ ແລະ ປະຕິບັດມາດຕະການຕໍ່ການໃຫ້ບໍລິການແລກປ່ຽນເງິນຕາຢ່າງເປີດເຜີຍ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ມີການເຄື່ອນ ໄຫວທີ່ເປັນລັກສະນະສ້າງຄວາມປັ່ນປ່ວນດ້ານອັດຕາແລກ ປ່ຽນເປັນການສ້າງຄວາມບໍ່ສະຫງົບ ແລະ ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຊາດຂັດ ກັັບກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດ ຫຼື ເປັນການເຄື່ອນໄຫວລະເມີດກົດໝາຍ ຕາມທີ່ໄດ້ລະບຸໄວ້ໃນປະມວນກົດໝາຍອາ ຍາ ແລະ ບັນດານິຕິກໍາລຸ່ມກົດໝາຍກ່ຽວຂ້ອງ.

ທະນາຄານແຫ່ງ ສປປ ລາວ ຈະສົມທົບກັບຂະແໜງການ ແລະ ພາກສ່ວນຮັບຜິດຊອບ ທີ່ກ່ຽວຂ້ອງ ປັບປຸງກົນໄກຄຸ້ມຄອງແລະສະໜອງເງິນຕາຕ່າງປະເທດຕິດພັນກັບ ການນໍາເຂົ້າສິນຄ້າ ທີ່ຈໍາທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບ “ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ” ທີ່ທະນາຄານແຫ່ງ ສປປ ລາວ , ​ໃນ​ວັນ​ທີ 16 ພຶດສະພາ ນີ້ວ່າ:

ພາຍຫຼັງປະເທດເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມ ແຕ່ທ້າຍປີ 2019 ເປັນຕົ້ນມາ, ສະພາບການເໜັງຕີງແຮງຂອງຄ່າເງິນຂອງຫຼາຍປະເທດຢູ່ຕະຫຼາດສາກົນ ແລະ ພາກພື້ນ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ສົມທົບກັບປັດໄຈພາຍໃນປະ ເທດເຮົາເອງທີ່ຕິດພັນກັບພື້ນຖານໂຄງສ້າງເສດຖະກິດ, ພຶດຕິກໍາ ຄວາມຊິນເຄີຍຂອງຄົນໃນສັງຄົມລາວໃນການນໍາໃຊ້ສິນຄ້ານໍາເຂົ້າ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ

ໃນໄລຍະ 4 ເດືອນຕົ້ນປີ 2022, ສະພາບຄວາມຮຸນແຮງຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສາກົນ ແລະ ພາຍໃນ ໄດ້ມີທ່າອ່ຽງຜ່ອນຄາຍລົງ ແລະ ເສດຖະກິດພາຍໃນ ຂອງພວກເຮົາກໍໄດ້ຄ່ອຍເລີ່ມມີທ່າອ່ຽງຟື້ນຕົວດີຂຶ້ນ; ແຕ່ເຖິງຢ່າງໃດກໍຕາມ, ຄ່າເງິນກີບກໍຄືອັດຕາແລກປ່ຽນຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍ ດ້ານໂດຍໄດ້ອ່ອນຄ່າ 18,36% ທຽບກັບ ເງິນໂດລາ ແລະ 9,4% ທຽບກັບເງິນບາດ ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ

ຍ້ອນສະພາບປັດໄຈພາຍນອກທີ່ຍັງຜັນຜວນ ແລະ ມີຄວາມບໍ່ແນ່ນອນສູງ ເປັນຕົ້ນການແຂງຄ່າຂອງເງິນໂດລາຢູ່ຕະຫຼາດສາກົນຢ່າງຕໍ່ເນື່ອງ ທີ່ໃນໄລຍະ 4 ເດືອນຕົ້ນປີ 2022 ເງິນໂດລາ ໄດ້ແຂງຄ່າ 8,18% ທຽບໃສ່ເງິນເອີໂຣ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຊຶ່ງເປັນການແຂງ ຄ່າສຸດໃນຮອບສອງປີ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດ ສາກົນທີ່ໄດ້ເພີ່ມຂຶ້ນເຖິງ 65,17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາສົມທົບກັບທ່າອ່ຽງການເພີ່ມ ຂຶ້ນຂອງ ອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ

ທີ່ລ້ວນແຕ່ສົ່ງຜົນເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນປະເທດສູງຂຶ້ນ. ອີກດ້ານໜຶ່ງ, ເຖິງ ແມ່ນວ່າດ້ານການຄ້າກັບຕ່າງປະເທດຂອງປະເທດເຮົາໄດ້ເລີ່ມມີທ່າອ່ຽງດີຂຶ້ນເມື່ອທຽບກັບປີຜ່ານ ມາແຕ່ໂດຍລວມພື້ນຖານເສດຖະກິດຂອງພວກເຮົາຍັງຕ້ອງການເວລາໃນການຟື້ນຕົວໃນການສ້າງຄວາມເຂັ້ມແຂງໃຫ້ຫຼາຍຂຶ້ນເພື່ອໃຫ້ປະເທດເຮົາສາມາດສະສົມລາຍຮັບທີ່ເປັນເງິນຕາຕ່າງປະເທດໃຫ້ສົມດຸນກັບລະດັບຄວາມຕ້ອງການໃນການຊໍາລະຄ່ານໍາເຂົ້າສິນຄ້າ-ການບໍລິການ ແລະ ຊໍາລະໜີ້ສິນ ໃຫ້ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ, ບັນຫາສໍາຄັນອີກດ້ານໜຶ່ງທີ່ສົ່ງຜົນກະທົບເຮັດໃຫ້ອັດຕາ ແລກ ປ່ຽນຂອງພວກ

ເຮົາມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງລະບົບທະ ນາຄານ ແລະ ຂອງຕະຫຼາດນອກລະບົບແມ່ນຍ້ອນສະຕິຕໍ່ກົດໝາຍຂອງບຸກຄົນນິຕິບຸກຄົນຈໍານວນ ບໍ່ໜ້ອຍໃນສັງຄົມ ຍັງບໍ່ສູງ; ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການ ຄຸ້ມຄອງເງິນຕາຕ່າງປະເທດຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນສົ່ງຜົນ ໃຫ້ມີສະພາບລາຍຮັບທີ່ເປັນ ເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດ ຕາມລະບຽບການ; ຍັງມີການ ເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດລວມທັງການ ແລກປ່ຽນເງິນຕາແບບບໍ່ຖືກຕ້ອງ

ຕາມລະບຽບກົດໝາຍເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາ ຄານໜ້ອຍກວ່າທີ່ຄວນຈະເປັນ; ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຂອງ ລະບົບທະນາຄານຫຼຸດລົງໃນສະພາບທີ່ລາຄາສິນຄ້ານໍາເຂົ້າທີ່ຈໍາເປັນຕໍ່ການດໍາລົງຊີວິດໄດ້ເພີ່ມຂຶ້ນສູງ ຫຼາຍ, ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງ ປະເທດ. ສະເພາະໄລຍະ 4 ເດືອນຕົ້ນປີ 2022, ເຖິງແມ່ນວ່າໂຕເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວ ກັນຂອງປີຜ່ານມາເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນທີ່ໄດ້ໂອນເຂົ້າມາປະເທດຜ່ານລະ ບົບທະນາຄານ

ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນແມ່ນໄດ້ມີການໂອນອອກຜ່ານລະບົບ ທະນາຄານ; ເຮັດໃຫ້ພວກເຮົາ ໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດຜ່ານລະບົບທະນາຄານຫຼາຍກວ່າມີກະແສເງິນ ເຂົ້າປະເທດຜ່ານລະບົບທະນາຄານໃນລະດັບທີ່ຫຼາຍກວ່າໄລຍະດຽວກັນ ຂອງປີຜ່ານມາເຖິງ 143%. ສະພາບດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບ ຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫຼື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງ ທຶນຈາກຕ່າງປະເທດຫຼາຍແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການ ຊໍາລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.​

ນອກຈາກຜົນກະທົບຈາກປັດໄຈພາຍນອກ, ຄວາມບໍ່ສົມດຸນລະຫວ່າງລະດັບຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດຢູ່ພາຍໃນປະເທດພວກເຮົາທີ່ຍັງສືບຕໍ່ສູງຂຶ້ນ, ການປະຕິບັດ ລະບຽບກົດໝາຍຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດທີ່ບໍ່ເປັນສໍາລັບການດໍາລົງຊີວິດຂອງພໍ່ແມ່ພີ່ນ້ອງປະຊາຊົນທີ່ພາຍໃນປະເທດເຮົາ ຍັງບໍ່ສາມາດຜະ ລິດໄດ້ເອງເປັນຕົ້ນ ນໍ້າມັນເຊື້ອໄຟໃຫ້ໄດ້ໃນລະດັບທີ່ແທດເໝາະກັບຄວາມຈໍາເປັນໃນ ການດໍາລົງຊີວິດ ແລະ ຄວາມເໝາະສົມໃນການພັດທະນາຕາມພື້ນຖານເສດຖະກິດຂອງປະເທດ ຕົວຈິງ.

ຄຽງຄູ່ກັນນີ້, ທະນາຄານແຫ່ງ ສປປ ລາວ ກໍາລັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດ ຕະການເພື່ອໃຫ້ມີເງິນຕາຕ່າງປະເທດເຂົ້າປະເທດເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ, ໃຫ້ລະບົບທະ ນາຄານສາມາດເກັບຊື້ ເງິນຕາຕ່າງປະເທດໄດ້ຫຼາຍຂຶ້ນໃຫ້ສົມດຸນກັບລະດັບຄວາມຕ້ອງ ການຂອງ ສັງຄົມຫຼາຍຂຶ້ນເປັນຕົ້ນ ກະກຽມນໍາສະເໜີກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ)

ເພື່ອໃຫ້ສາມາດພິຈາລະນາຮັບຮອງໃນກອງປະຊຸມສະໄໜສາມັນເທື່ອທີ III ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນເດືອນມິຖຸນາ 2022 ນີ້, ພ້ອມທັງປັບປຸງ-ຄົ້ນຄວ້າສ້າງບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ໃຫ້ສໍາເລັດເປັນສ່ວນໃຫຍ່ ພາຍໃນປີ 2022; ປັບປຸງກົນໄກຄຸ້ມຄອງລາຍຮັບຈາກການສົ່ງອອກ;

ຕິດຕາມກວດກາຄືນສະພາບການເຄື່ອນໄຫວຂອງທຶນຈາກຕ່າງປະເທດກ່ຽວກັບການຖອກທຶນຈົດທະ ບຽນ, ການປະກອບເງິນລົງທຶນ ກໍຄືການນໍາລາຍຮັບຈາກການສົ່ງອອກກັບຄືນປະເທດ ພ້ອມທັງຕິດ ຕາມ ກວດກາ ຄຸ້ມຄອງ ເງິນລົງທຶນພາຍໃນທີ່ເປັນເງິນຕາຕ່າງປະເທດ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.

ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຄົ້ນຄວ້າກົນໄກການນໍາໃຊ້ສະກຸນ ເງິນທ້ອງຖິ່ນເຂົ້າໃນ ການຊໍາລະສະສາງດ້ານການຄ້າ 2 ຝ່າຍ ໃຫ້ຫຼາຍຂຶ້ນ ເພື່ອສົ່ງເສີມການຄ້າ ລະຫວ່າງປະເທດ ໂດຍນໍາໃຊ້ສະກຸນເງິນກີບ ແລະ ສ້າງຄວາມສົມດຸນດ້ານຄວາມຕ້ອງການ ເງິນຕາກັບບັນ ດາປະເທດຄູ່ຄ້າ ຂອງ ສປປ ລາວ ໃຫ້ຫຼາຍຂຶ້ນ; ໄປຄຽງຄູ່ກັບປະສານສົມທົບກັບຂະແໜງ ການ

ກ່ຽວຂ້ອງຄົ້ນຄວ້າກໍານົດນະ ໂຍບາຍ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງໜີ້ສິນຕໍ່ຕ່າງ ປະເທດ ໂດຍສະເພາະແມ່ນໜີ້ສິນ ຕໍ່ຕ່າງປະເທດຂອງຜູ້ລົງທຶນຕ່າງປະເທດ ແລະ ຂອງພາກເອກະ ຊົນພາຍໃນ ເພື່ອຫຼີກລ່ຽງການສ້າງໜີ້ສິນຕ່າງປະເທດແບບບໍ່ຍືນຍົງ; ສືບຕໍ່ຈັດຕັ້ງປະຕິບັດບັນດາ ໜ້າວຽກຈຸດສຸມທີ່ໄດ້ກໍານົດໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໂດຍສະເພາະຕິດພັນກັບການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ, ການສົ່ງເສີມການສົ່ງອອກ, ການສົ່ງເສີມການປະຢັດຕ້ານການໃຊ້ຈ່າຍທີ່ຟູມເຟືອຍໃຫ້ເປັນຮູບປະທໍາ ຫຼາຍຂຶ້ນ.

ຄຽງຄູ່ກັບບັນດາມາດຕະການທີ່ທະນາຄານແຫ່ງ ສປປ ລາວ ກໍຄືບັນດາກະຊວງ ຂະແໜງ ການຂອງພາກລັດກໍາລັງຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາທີ່ຕິດພັນກັບອັດຕາແລກປ່ຽນ ແລະ ການ ເພີ່ມຂຶ້ນສູງຂອງລາຄາສິນຄ້າ, ໃນສະພາບເງື່ອນໄຂທີ່ເສດຖະກິດຂອງສາກົນ ແລະ ພາຍໃນ ຍັງຫຍຸ້ງຍາກບໍ່ທັນຢູ່ໃນສະພາບປົກກະຕິຄືດັ່ງປັດຈຸບັນ,

ພວກເຮົາທຸກຄົນຄວນຍົກສູງສະຕິຕໍ່ລະບຽບ ກົດໝາຍ, ບໍ່ເຂົ້າຮ່ວມ ບໍ່ສົມຮູ້ຮ່ວມຄິດ ບໍ່ຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາ ແບບບໍ່ສອດຄ່ອງກັບລະ ບຽບກົດໝາຍ ທີ່ຈະເປັນການສ້າງຄວາມບໍ່ສະຫງົບຕໍ່ສະພາບອັດຕາແລກປ່ຽນ; ເຊີດຊູນໍ້າໃຈຊາດ ສົ່ງເສີມການຜະລິດທີ່ເປັນທ່າແຮງຂອງຊາດ,

ອຸດໜູນຜະລິດຕະພັນຂອງລາວ, ຫຼຸດຜ່ອນການບໍລິ ໂພກຊົມໃຊ້ສິນຄ້າການບໍລິການທີ່ບໍ່ຈໍາເປັນແລະຟູມເຟືອຍເພື່ອຊ່ວຍກັນປະຢັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ, ຊ່ວຍໃຫ້ມີລາຍຮັບທີ່ເປັນເງິນຕາຕ່າງປະເທດ ເຂົ້າປະເທດ ເຂົ້າລະບົບທະ ນາຄານ ຫຼາຍຂຶ້ນ,ເພື່ອປະກອບສ່ວນເຮັດໃຫ້ຖານະເງິນຕາຕ່າງປະເທດຂອງຊາດເຂັ້ມແຂງຂຶ້ນຫຼຸດຜ່ອນແຮງກົດດົນຕໍ່ອັດຕາແລກປ່ຽນ.​

Leave a Reply

Your email address will not be published.