
ທ່ອງທ່ຽວດີຂຶ້ນ 4 ເດືອນສ້າງລາຍຮັບ 600 ຕື້ກີບ
ຫຼັງເປີດປະເທດຂະແໜງການທ່ອງທ່ຽວລາວມີທ່າອ່ຽງດີຂຶ້ນ ເຊິ່ງສາມາດ ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ 600 ກວ່າຕື້ກີບ ຫຼື ເທົ່າກັບ 52.398.296 ໂດລາສະຫະລັດ.
ລາຍງານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2022:
ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສືບຕໍ່ຊຸກຍູ້ ແລະ ສະໜອງງົບປະມານຈຳນວນໜຶ່ງໃຫ້ພະແນກ ຖວທ
ບັນດາແຂວງເປົ້າໝາຍ ກຽມຄວາມພ້ອມຕ້ອນຮັບນັກ ທ່ອງທ່ຽວ ເຊັ່ນ: ຢູ່ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຈຳປາສັກ, ຫຼວງນໍ້າທາ, ຄຳມ່ວນ, ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງອື່ນໆ.
ອີງຕາມຂໍ້ມູນເບື້ອງຕົ້ນ:
1. ນັກທ່ອງທ່ຽວພາຍໃນແຕ່ເດືອນມັງກອນ-ເມສາ 2022 ມີຈໍານວນ 463.907 ເທື່ອຄົນ (ຖ້າທຽບໃສ່ 4 ເດືອນຕົ້ນປີ 2021 ແມ່ນ ຫຼຸດລົງ 18.9%), ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ 617.135.482.100 ກີບ (52.398.296 ໂດລາສະຫະລັດ), ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນລາຍຈ່າຍສະເລ່ຍ 530.000 ກີບ ຕໍ່ຄົນ/ມື້ (45 ໂດລາສະຫະລັດ).
2. ວັນທີ 09 ພຶດສະພາ ຫາວັນທີ 6 ມິຖຸນາ 2022 ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 55.753 ຄົນ, ຜູ້ເດີນທາງອອກ ຈຳນວນ 56.325 ຄົນ.
ຂໍ້ມູນ: ເສດຖະກິດການຄ້າ