
ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ, ພ້ອມກັບຮອງປະທານາທິບໍດີຂອງທ່ານ ແລະ ເຈົ້າໜ້າທີ່ອາວຸໂສຄົນອື່ນໆ, ໄດ້ຂຶ້ນເຮືອບິນໜີອອກຈາກ ອັຟການິສຖານ ໃນວັນອາທິດວານນີ້, ເຊິ່ງເປີດໂອກາດໃຫ້ພວກກະບົດ ຕາລີບານ ເຂົ້າຍຶດເອົາອຳນາດໃນປະເທດຄືນໃນຮອບ 20 ປີ ຫຼັງຈາກການບຸກໂຈມຕີພາຍໃຕ້ນຳພາໂດຍ ສະຫະລັດ ທີ່ໄດ້ຂັບໄລ່ພວກເຂົາອອກໄປ.
ສະມາຊິກລະດັບສູງຂອງຄະນະກຳມາທິການກອງທັບ ຕາລີບານ ໄດ້ເດີນທາງຮອດທຳນຽບປະທາ ນາທິບໍດີໃນນະຄອນຫຼວງ ກາບູລ ໃນຂະນະທີ່ພວກນັກລົບ ຕາລີບານ ໄດ້ເຂົ້າປະຈຳຕຳແໜ່ງຢູ່ສະຖານທີ່ໆສຳຄັນໃນເມືອງດັ່ງກ່າວນັ້ນ.
ມູລລາ ອັບດຸລ ການີ ບາຣາດາ, ຜູ້ຮ່ວມກໍຕັ້ງ ແລະ ຮອງຫົວໜ້າກຸ່ມຕາລີບານ ໄດ້ສະແດງຄວາມຍິນດີຕໍ່ປະຊາຊົນ ອັຟການິສຖານ ແລະ “ນັກລົບ ມູຈາຮີດີນ ຂອງລາວ” ກ່ຽວກັບ “ຄວາມສຳເລັດຄັ້ງໃຫຍ່ຂອງພວກເຂົາ” ໃນຖະແຫຼງການສະບັບນຶ່ງທີ່ຖືກນຳອອກເຜີຍແຜ່ໃນແລງວັນອາທິດວານນີ້. ລາວໄດ້ສົ່ງຂໍ້ຄວາມວິດີໂອເປັນພາສາ ປາສໂຕ ຈາກຫ້ອງການຂອງລາວໃນນະຄອນຫຼວງ ໂດຮາ, ປະເທດ ກາຕ້າ.
ທ້າວ ບາຣາດາ ໄດ້ກ່າວວ່າ “ຂ້ອຍມາທີ່ນີ້ເພື່ອປະກາດວ່າພວກເຮົາມີຄວາມຮັບຜິດຊອບຕໍ່ຊີວິດຂອງພວກເຈົ້າ ແລະ ທຸກຢ່າງທີ່ ກ່ຽວກັບ ການໃຊ້ຊີວິດໃນແຕ່ລະວັນ ແລະ ເພື່ອຊັກຊວນພວກເຈົ້າວ່າ ພວກເຮົາຈະສະໜອງທຸກຢ່າງ ເພື່ອເຮັດໃຫ້ພວກເຈົ້າມີຊີວິດທີ່ດີຂຶ້ນເຖິງຂະໜາດທີ່ໄດ້ສະໜອງໃຫ້ພວກເຮົາໂດຍພະຜູ້ເປັນເຈົ້າທີ່ໄດ້ເຮັດໃຫ້ພວກເຮົາໄດ້ຮັບໄຊຊະນະຄັ້ງໃຫຍ່ທີ່ວ່ານີ້.”
ຫ້ອງການຂອງທ້າວ ບາຣາດາ ຍັງໄດ້ເປີດເຜີຍວິດີໂອຂອງລາວພ້ອມກັບຄົນຂອງລາວ, ເບິ່ງການອອກອາກາດສົດທາງໂທລະພາບ ກ່ຽວກັບ ນັກລົບ ຕາລີບານ ເດີນທາງເຂົ້າທຳນຽບປະທານາທິບໍ ດີ ໃນນະຄອນຫຼວງ ກາບູລ ໃນຄືນວັນອາທິດວານນີ້.
ໂຄສົກກຸ່ມຕາລີບານ ທ້າວ ຊາບີຮຸລລາ ມູຈາຮິດ ໄດ້ກ່າວໃນແລງວັນອາທິດວານນີ້ວ່າ ພວກນັກລົບໄດ້ຖືກສັ່ງໃຫ້ຍາມຮັກສາຄວາມປອດໄພຢູ່ຕຳແໜ່ງຕ່າງໆ ແລະ ສະຖານທີ່ອື່ນໆໃນນະຄອນຫຼວງ ກາບູລ ເພື່ອປ້ອງກັນການຈະລາຈົນ ແລະ ການປຸ້ນສະດົມຫຼັງຈາກກອງກຳລັງ ອັຟການິສຖານ ໄດ້ໜີປະມັນ.” ທ້າວ ມູຈາຮິດ ໄດ້ຮຽກຮ້ອງໃຫ້ປະຊາຊົນບໍ່ຕ້ອງເປັນຫ່ວງໂດຍເວົ້າວ່າການເຄື່ອນໄຫວ ດັ່ງກ່າວແມ່ນມີຈຸດປະສົງທີ່ຈະຮັບປະກັນຄວາມປອດໄພຂອງປະຊາຊົນ.
ທ່ານ ການີ ໄດ້ອອກຖະແຫຼງການສະບັບນຶ່ງທາງ ເຟສບຸກ ໃນຕອນແລງວັນອາທິດວານນີ້, ໂດຍເວົ້າວ່າ ທ່ານໄດ້ໜີອອກຈາກປະເທດ ເພື່ອປ້ອງກັນບໍ່ໃຫ້ເກີດການນອງເລືອດ. ທ່ານໄດ້ເດີນທາງຮອດປະເທດ ຕາຈີກກິສຖານ ແລະ ບໍ່ດົນຫຼັງຈາກນັ້ນໄດ້ເດີນທາງໄປບ່ອນທີ່ບໍ່ມີໃຜຮູ້ຈັກ, ອີງຕາມການລາຍງານໂດຍ ວິທະຍຸຢູໂຣບເສລີ/ວິທະຍຸອິດສະຫຼະພາບ.