ຢ່າຫາທຳ!! ກິນຢາແກ້ໄຂ້ ຫຼັງສັກວັກຊິນVaxzevria ຈົນໄດ້ເຂົ້າໂຮງໝໍ

ເລື່ອງມີຢູ່ວ່າ: ໄປສັກວັກຊີນVaxzevriaມາແຕ່ຫມໍກະໄດ້ແຈ້ງໄວ້ກ່ອນແລ້ວວ່າອາດຈະມີໄຂ້ ຕົກເດິນມາກະຮູ້ສຶກວ່າໂຕຮ້ອນໄຂ້ຫມົດຄືນ ຈົນຮອດຕອນແລງຂອງມື້ຕໍ່ມາໄຂ້ກະແຮງຂຶ້ນສູງກ່ອນເກົ່າຮູ້ສຶກໂຕຮ້ອນເຈັບຫົວເລີຍໄປຊື້ຢາລົດໄຂ້ມາກິນ ແຕ່ໄດ້ແຈ້ງໄປແລ້ວວ່າຫາກະໄປສັກວັກຊີນມາ ເພິ່ນກະເລີຍຈັດຢາມາໃຫ້.

ປະມານ 8 ໂມງ ກິນເຂົ້າກິນຢາ ຮູ້ສຶກຜື່ນຂຶ້ນ ກະບໍ່ໄດ້ຄິດຫຍັງເພາະເປັນເລື່ອງປົກຕິ ເພາະເປັນພູມແພ້ຢູ່ແລ້ວ ແພ້ອາຫານ ແພ້ອາກາດ ແພ້ (ຄົນຂອງເຈົ້າ) ກະກິນຢາແກ້ແພ້ໃສ່ຄິດວ່າສິເຊົາຄືທຸກເທື່ອ 30 ນາທີ ຜ່ານໄປກະຍັງບໍ່ເຊົາ ຈົນຮອດ 10 ໂມງ ຜື່ນຂຶ້ນກ່ອນເກົ່າຫນ້າແດງຕາແດງຫາຍໃຈບໍ່ອອກ.

ໄປໂຮງຫມໍ ຫມໍບອກອາດຈະເປັນຍ້ອນຢາລົດໄຂ້ທີ່ກິນເຂົ້າໄປເພາະມັນແຮງ ຄົນທີ່ເປັນພູມແພ້ຢູ່ແລ້ວ ແຮງມີໂອກາດແພ້ຫຼາຍ ຫມໍກະໄດ້ໃຫ້ນໍ້າເກືອກັບຢາແກ້ແພ້ ເຫນືອສິ່ງອື່ນໃດກະຄືຫມໍງາມ ຂໍອະໄພໃນຄວາມເປັນຕາຢ້ານນີ້ (ຢ່າຫາທຳ).

Leave a Reply

Your email address will not be published. Required fields are marked *