ບັນຍະກາດຂອງ ການຝຶກຊ້ອມ ຂອງ ນັກກິລາ ທີມຊາດຍິງ ລາວ ຊຸດໃຫຍ່ ກະກຽມເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ ຊີງແຊ໋ມອາຊີ 2022

ບັນຍະກາດຂອງ ການຝຶກຊ້ອມ ຂອງ ນັກກິລາ ທີມຊາດຍິງ ລາວ ຊຸດໃຫຍ່ ກະກຽມເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ ຊີງແຊ໋ມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 Qualifiers ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-25 ກັນຍາ 2021 ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ ໄຕ້ຫວັນ ( ເຈົ້າພາບ ) ແລະ ບາເຣນສຳລັບ ທີມຊາດລາວ ແມ່ນໄດ້ເລີ້ມເກັບໂຕຝຶກຊ້ອມນັບຕັ້ງແຕ່ເດືອນ ກໍລະກົດ 2021 ເປັນຕົ້ນມາ.

ການແຂ່ງຂັນລາຍການດັ່ງກ່າວ ຮອບຄັດເລືອກ ແມ່ນຈະນຳເອົາແຊ໋ມຂອງແຕ່ລະກຸ່ມຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ທີ່ປະເທດອິນເດຍ ເປັນເຈົ້າພາບ ລະຫວ່າງວັນທີ 20 ມັງກອນ ຫາ 6 ກຸມພາ 2022 ຮ່ວມກັບທີມວາງ 4 ທີມ ປະກອບມີ ອິນເດຍ ເຈົ້າພາບ, ຍີ່ປຸ່ນ ແຊ໋ມເກົ່າ, ອົດສະຕຣາລີ ຮອງແຊ໋ມເກົ່າ ແລະ ສປ ຈີນ ທີມອັນດັບທີ 3. ຊຶ່ງລາຍການນີ້ແມ່ນຈະຄັດເອົາ 5 ທີມສຸດທ້າຍ ທີ່ດີທີ່ສຸດໄປແຂ່ງຂັນເຕະບານຍິງ ຊີງແຊ໋ມໂລກ 2023 ຮອບສຸດທ້າຍ ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ ເປັນເຈົ້າພາບຮ່ວມ ແລະ ຍັງມີໂຄຕາອີກ 2 ທີມ ທີ່ຈະໄດ້ໄປແຂ່ງຮອບຄັດເລືອກຈາກທະວີບອື່ນໆ ເພື່ອຄວ້າໂຄຕາສຸດທ້າຍຕໍ່ໄປ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ+ ວັນທີ 16 ກັນຍາ 2021 ເວລາ 19:00 ລາວ ພົບ ໄຕ້ຫວັນ ແຂ່ງຂັນຢູ່ທີ່ສະຫນາມ National Stadium, Kaohsiung City.+ ວັນທີ 19 ກັນຍາ 2021 ເວລາ 19:00 ລາວ ພົບ ບາເຣນ ແຂ່ງຂັນຢູ່ທີ່ສະຫນາມ National Stadium, Kaohsiung City.

Leave a Reply

Your email address will not be published. Required fields are marked *