
ພູໄຟໃນອິນໂດເນເຊຍລະເບີດຮຸນແຮງພົ່ນຂີ້ເຖົ່າ-ລາວາອອກມາ.

ຂປລ.ວັນທີ16ສິງຫານີ້ ສຳນັກງານ ທໍລະນີ ວິທະຍາ ຂອງອິນໂດເນເຊຍ ລາຍງານວ່າ:ພູໄຟ ເມີຣາປີ ຂອງອິນໂດເນເຊຍ ໄດ້ລະເບີດ ຮຸນແຮງ ພົ້ນຂີ້ເຖົ່າ ໄປໃນອາກາດ ເປັນໄລຍະທາງ 3,5 ກິໂລເມັດ ເຮັດໃຫ້ ຄວັນໄຟ ປົກຄຸມ ໄປທົ່ວຊຸມຊົນ ທີ່ຕັ້ງເຂດໃກ້ຄຽງ ແລະ ມີລາວາ ໄຫລອອກມາ ເປັນທາງຍາວ ຈາກເທິງພູ.

ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມກຽມ ເຝົ້າລະວັງ ຕິດຕາມ ສະຖານະການ ຢ່າງໃກ້ຊິດ ແລະ ແຈ້ງໃຫ້ປະຊາຊົນ ຫລິກລ້ຽງ ການເຂົ້າໄປໃກ້ ພາຍໃນ ລັດສະໝີ 5 ກິໂລແມັດ ລວມທັງ ເຕືອນກ່ຽວກັບ ການໄຫລ ຂອງລາວາ ທີ່ອາດເກີດຂຶ້ນ ຮຸນແຮງ ໃນພື້ນທີ່ ອ້ອມຮອບພູໄຟ ດັ່ງກ່າວ.