ບັນຫາລືມຈໍ້າກາຂາເຂົ້າໃຫ້ນັກທ່ອງທ່ຽວຈະໄດ້ຮັບການແກ້ໄຂ

ບັນຫາລືມຈໍ້າກາຂາເຂົ້າໃຫ້ນັກທ່ອງທ່ຽວຈະໄດ້ຮັບການແກ້ໄຂ ກ່ອນໜ້ານີ້​ ປະມານວັນທີ​ 31 ກໍລະກົດ​ 2022 ຜ່ານມາມີຜູ້ໃຊ້ເຟສບຸກ Raweenan Jo ເປັນ​ນັກ​ທ່ອງທ່ຽວ​ຊາວໄທ ແຊປະສົບການເລື່ອງການເຂົ້າດ່ານສາກົນລາວ-ໄທ​ ແຂວງສະຫວັນນະເຂດ ແລ້ວເຈົ້າໜ້າທີ່ບໍ່ຈໍ້າກາເຂົ້າເມືອງໃຫ້ ແຕ່ເວລາ ອອກ​ຖືກປັບໃໝ​ 4500ບາດ.​ ຫຼ້າສຸດ​ວັນທີ​ 3 ສິງຫາ​ 2022 ນີ້ຜູ້ກ່ຽວອອກມາໂພສຕື່ມວ່າ ໄດ້ມີເຈົ້າໜ້ສທີ່ດ່ານໂທຫາ​ ສືບສວນກໍລະນີທີ່ມີການເຮັດຜິດພາດ, ເພື່ອຈະໄດ້ກວດສອບກົກປາຍສາເຫດ ແລະ​ ແກ້ໄຂ.​ ແຕ່ເຖິງຢ່າງໃດກໍຕາມ ຜູ້ກ່ຽວໄດ້ຝາກເຖິງຜູ້ເດີນທາງເຂົ້າ-ອອກ​ເມືອງ​ວ່າ​ ໃຫ້ມີສະຕິລະມັດລະວັງໃນການກວດກາຫຼັງຈາກມີການຍື່ນພາສປອດໃຫ້ເຈົ້າໜ້າທີ່​ ເພື່ອປ້ອງກັນການຫຼົງລືມ ຫຼື​ ກໍລະນີ​ຜິດພາດ.​ ບັນຫານີ້ຈະໄດ້ຮັບການແກ້ໄຂຢ່າງຈິງຈັງຫຼືບໍ່ຕ້ອງລໍຕິດຕາມກັນຕື່ມ ຫາກທ່ານໃດພົບບັນຫາກໍສາມາດແຈ້ງລົງກຸ່ມ ຫຼື​ ຊ່ອງທາງ​ຕ່າງໆ​ໄດ້.​ ທີ່ມາ