
ຂ່າວດີ ຢ່າພາດອ່ານຈົບ ທີ່ການນຳພັກ-ລັດ ເປັນຫ່ວງເປັນໄຍໄດ້ໃຫ້ຄວາມສຳຄັນເອີ້ນພີ່ນ້ອງຊາວລາວໃຫ້ຕ່າວຄືນມາບ້ານເຮົາ.ຊາວຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະ ຜູ້ທີ່ກຳລັງອອກແຮງງານ ຢູ່ຕ່າງປະເທດ.

ກ່ອນອື່ນຂໍສະແດງຄວາມຊົມເຊີຍ ພີ່ນ້ອງຊາວຜູ້ອອກແຮງງານທັງໝົດ ທີ່ມີນໍ້າໃຈດຸໝັ່ນຂະຫຍັນພຽນ ສະແຫວງ ຫາອາຊີບ ຊອກຫາວຽກເຮັດງານທຳ ເພື່ອຫາລາຍໄດ້ມາພັດທະນາຕົນເອງ ພັດທະນາຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນ, ແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ສ່ວນຫຼວງຫຼາຍເປັນຜູ່ທີ່ມີຄວາມຕັ້ງໃຈ, ມີຄວາມຮັບຜິດຊອບໃນໜ້າວຽກຂອງຕົນເອງ ແລະ ກາຍເປັນແຮງງານທີ່ດີ ເປັນທີ່ຮັກແພງຂອງນາຍຈ້າງ, ມີລາຍຮັບ ແລະ ສາມາດທ້ອນເງິນສົ່ງກັບໃຫ້ຄອບຄົວຢູ່ ບ້ານເກີດຂອງຕົນ ທັງສາມາດພັດທະນາສີມື, ທັກສະຄວາມຊຳນານ, ເຂັ້ມງານ ແລະ ເຂັ້ມງວດຕໍ່ລະບຽບໃນການເຮັດວຽກ ໃນຮູບບແບບອຸດສາຫະກຳດີຂຶ້ນ, ໃນເວລາກັບຄືນມາບ້ານເກີດເມືອງນອນກໍ່ສາມາດຊອກວຽກງ່າຍ ກາຍເປັນຜູ້ປະກອບການເຮັດທຸລະກິດຂະໜາດນ້ອຍໃນຊຸມຊົນ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາທ້ອງຖິ່ນຕົ້ນຕໍກໍ່ຄືປະເທດຊາດ.ແຕ່ຄຽງຄູ່ກັບດ້ານຕັ້ງໜ້າດັ່ງກ່າວ, ຍັງມີແຮງງານສ່ວນໜ້ອຍໜຶ່ງ ທີ່ໄປອອກແຮງງານຢູ່ຕ່າງປະເທດ ບໍ່ໄດ້ເອົາໃຈໃສ່ພໍເທົ່າໃດ ໃນການປະຕິບັດລະບຽບກົດໝາຍຂອງປະເທດຕົນ ແລະ ປະເທດທີ່ຕົນໄປອອກແຮງງານ ບາງຄັ້ງກໍ່ສ້າງຄວາມເສື່ອມເສຍພາບພົດໃຫ້ຕົນເອງ, ຄອບຄົວ ແລະ ປະເທດຊາດ, ຍິ່ງໄປກວ່ານັ້ນຍັງມີແຮງງານບາງຄົນໄປເຂົ້າຮ່ວມກຸ່ມແກ້ງຄົນບໍ່ດີ ຖືກຫຼອກໃຫ້ເປັນຕີນມືຂອງຄົນບໍ່ດີແລ້ວ ໃນເວລາກັບຄືນມາຮອດບ້ານເກີດເມືອງນອນ ພັດໄປເຄື່ອນໄຫວແນວບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ອັນສ້າງຄວາມສັບສົນ ວຸ້ນວາຍ ຢູ່ໃນສັງຄົມ ແລະ ຊຸມຊົນ ໂດຍບໍ່ຄຳນຶງເຖິງບຸນຄຸນແຜ່ນດິນເກີດ ທີ່ແສນເຄົາລົບຮັກຂອງຕົນ.

ພີ່ນ້ອງຊາວຜູ້ອອກແຮງງງານ ທີ່ຮັກແພງທັງຫຼາຍ !ຕໍ່ໜ້າສະພາບການທີ່ມີຄວາມຫຍຸ້ງຍາກ ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸ່ນແຮງໃນທົ່ວໂລກ, ລັດຖະບານແຕ່ລະປະເທດມີຄວາມຈຳເປັນຕ້ອງປົກປ້ອງຊີວິດຂອງປະຊາຊົນຢ່າງສຸດຂີດ ດ້ວຍການນຳໃຊ້ມາດຕະການຕ່າງໆເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ອັນໄດ້ເຮັດໃຫ້ເງື່ອນໄຂການດຳລົງຊີວິດຂອງປະຊາຊົນຫຼາຍປະເທດ ປະເຊີນກັບຄວາມຫຍຸ້ງຍາກລຳບາກ ບໍ່ສາມາດໃຊ້ຊີວິດ ແລະ ເຄື່ອນໄຫວແບບປົກກະຕິ. ໃນດ້ານອື່ນ, ການລະບາດຂອງພະຍາດດັ່ງກ່າວໄດ້ເຮັດໃຫ້ຫົວໜ່ວຍແຮງງານ, ໂຄງການລົງທຶນຕ່າງໆປິດການດຳເນິນກິດຈະການ ຊຶ່ງສົ່ງຜົນກະທົບເຮັດໃຫ້ແຮງງານ ຈຳນວນບໍ່ໜ້ອຍ ບໍ່ມີວຽກເຮັດ ຂາດລາຍໄດ້ ກາຍເປັນຜູ້ວ່າງງານ, ເຊັ່ນດຽວກັນກັບພີ່ນ້ອງຊາວຜູ້ອອກ ແຮງງານລາວທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງ ຈຳນວນບໍ່ໜ້ອຍ ກໍ່ຕົກຢູ່ໃນສະພາບ ແລະ ເງື່ອນໄຂດັ່ງກ່າວ, ຮ້າຍແຮງໄປກວ່ານັ້ນ ແຮງງານລາວພວກເຮົາສ່ວນຫລວງຫລາຍ ພັດເປັນແຮງງານທີ່ໄປເຮັດວຽກໃນຊ່ອງທາງ ທີ່ບໍ່ຖືກຕາມບົດບັນທຶກຄວາມເຂົ້າໃຈຂອງສອງກະຊວງແຮງງານທີ່ສອງປະເທດຕົກລົງກັນ, ບໍ່ໄດ້ດຳເນີນເອກະສານຜ່ານຂະບວນການ ແລະ ຂັ້ນຕອນ ການບໍລິການຂອງບັນດາບໍລິສັດຈັດຫາງານ ເຊິ່ງໝາຍວ່າ (ບໍ່ມີຜູ້ສົ່ງ ແລະ ຜູ້ຮັບຢ່າງຖືກຕ້ອງ) ຈຳນວນຫຼາຍ ນຳໃຊ້ ວີຊ່າ (visa) ທ່ອງທ່ຽວ ຫຼື ບັດຜ່ານແດນ ຍິ່ງໄປກວ່ານັ້ນ ຈຳນວນໜຶ່ງຊ້ຳພັດ ລັກຂ້າມເຂົ້າໄປປະເທດປາຍທາງ ໂດຍທີ່ບໍ່ຜ່ານດ່ານ ເຂົ້າ-ອອກ ຂອງສອງປະເທດ ໂດຍບໍ່ຄຳນຶງຄວາມຖືກຕ້ອງທາງດ້ານກົດໝາຍຂອງສອງປະເທດ. ດ້ວຍເຫດນັ້ນ,ຈຶ່ງເກີດມີຊ່ອງຫວ່າງໃຫ້ແຮງງານເຫຼົ່າ ນັ້ນມີຄວາມສ່ຽງ, ຖຶກເອົາລັດເອົາປຽບຈາກນາຍຈ້າງ ແລະ ມີຄວາມສ່ຽງສູງຈະຕົກເປັນເຫຍື່ອຂອງການຄ້າມະນຸດ.

ໃນເງື່ອນໄຂທີ່ມີສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເພື່ອນບ້ານທີ່ຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ພ້ອມກັນອ່ວຍໜ້າກັບຄືນມາຫາປະເທດຊາດ ທີ່ເປັນແຜ່ນດີນແມ່ຂອງຕົນ ຊຶ່ງດ້ວຍແນວທາງຂອງພັກ ແລະ ນະໂຍບາຍຂອງລັດຖະບານ ທີ່ເປັນຫວ່ງ ເປັນໄຍ ເຖິງຄວາມສຸກທຸກ ຂອງຊາວຜູ້ອອກແຮງງານລາວ ບັນດາເຜົ່າ ຢ່າງສະເໝີຕົ້ນສະເໝີປາຍນັ້ນ ໃນເວລາ ພີ່ນນ້ອງຊາວຜູ້ອອກແຮງງານ ທີ່ກັບມາຈາກຕ່າງປະເທດ ກໍ່ລ້ວນແຕ່ໄດ້ຮັບການຕ້ອນຮັບ ອົງການປົກຄອງແຕ່ລະຂັ້ນເປັນຢ່າງດີ ດ້ວຍການເອົາໃຈໃສ່ ເບິ່ງແຍງດູແລ, ໃຫ້ຄວາມສະດວກທາງດ້ານທີ່ພັກ, ອຳນວຍຄວາມສະດວກຕ່າງໆ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ, ກວດສຸຂະພາບກວດຫາເຊື້ອໂຄວິດ ຖ້າພົບເຊື້ອກໍ່ໄດ້ຮັບການປິ່ນປົວໂດຍບໍ່ໄດ້ເສຍຄ່າ ຖ້າບໍ່ມີການຕິດເຊື້ອພະຍາດ ໂຄວິດ ເມື່ອຄົບກຳນົດຕາມ ມາດຕະການທາງດ້ານການແພດແລ້ວກໍ່ຖືກຈັດສົ່ງໄປຫາຄອບຄົວ, ຍາດພີ່ນ້ອງ ແລະ ສັງຄົມ ຊຶ່ງທັງໝົດນັ້ນສະແດງເຖິງການປະຕິບັດນະໂຍບາຍຢ່າງຖືກຕ້ອງ ເປັນທຳຂອງ ພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ຕໍ່ພົນລະເມືອງລາວບັນດາເຜົ່າ.

ພີ່ນ້ອງຊາວຜູ້ອອກແຮງງງານ ທີ່ຮັກແພງທັງຫຼາຍ !ໃນໂອກາດວິກິດ ແລະ ຫົວລ້ຽວຫົວຕໍ່ນີ້, ພວກຂ້າພະເຈົ້າໃນນາມ ລັດຖະກອນທົ່ວຂະແໜງ ແຮງງານ ແລະ ສະຫວັດດີການສັງຄົມ ໃນຂອບເຂດທົ່ວປະເທດ ຖານະທີ່ຖືກມອບໝາຍຈາກລັດຖະບານ ກໍ່ຄືອົງການປົກຄອງທ້ອງຖິ່ນໃຫ້ຮັບຜິດຊອບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງມາຍັງຜູ້ອອກແຮງງານທີ່ກັບຄືນມາຈາກຕ່າງປະເທດທັງໝົດຈົ່ງເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ ໂດຍໃຫ້ຖືເອົາໂອກາດນີ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ແຜ່ນດິນເກີດ ດ້ວຍການຕັ້ງໜ້າພັດທະນາຕົນເອງໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ ແລະ ເອົາໃຈໃສ່ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຢ່າງຮັດກຸມ. ການກັບເຂົ້າມາກໍ່ຂໍໃຫ້ເຂົ້າມາຕາມດ່ານທີ່ທາງການໄດ້ກຳນົດ, ຫ້າມເດັດຂາດບໍ່ໃຫ້ລັກລອບເຂົ້າມາໂດຍບໍ່ໄດ້ອະນຸຍາດ ແລະ ບໍ່ຜ່ານຂະບວນການກວດຫາເຊື້ອໂຄວິດ-19 ແລະ ຢູ່ສູນກັກກັນ ຕາມຂັ້ນຕອນ ຖ້າຫາກແຮງງານຜູ້ໃດລະເມີດແມ່ນຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຢ່າງເຂັ້ມງວດ. ກໍລະນີ ແຮງງານລາວທີ່ພວມເຮັດວຽກຢູ່ ຕ່າງປະເທດ ຍັງມີວຽກເຮັດເປັນປົກກະຕິ, ໄດ້ຮັບການຄຸ້ມຄອງຈາກນາຍຈ້າງ ບໍ່ມີຄວາມສ່ຽງທີ່ຈະຕິດເຊື້ອ ແລະ ມີເງື່ອນໄຂເຂົ້າເຖິງການດູແລສຸຂະພາບລວມທັງການເຂົ້າເຖິງວັກຊິນປ້ອງກັນໂຄວິດ -19 ກໍ່ໃຫ້ສືບຕໍ່ເຮັດວຽກນຳນາຍຈ້າງ ດ້ວຍຄວາມອຸ່ນອ່ຽນທຸ່ນທ່ຽງ ເຮັດວຽກຕາມຕຳແໜ່ງງານ, ຕາມສັນຍາແຮງງານ ບໍ່ໃຫ້ເຄື່ອນຍ້າຍຊະຊາຍ ເພື່ອຈຳກັດການແຜ່ລະບາດຂອງເຊື້ອພະຍາດໂຄວິດ ທັງເປັນການຫຼຸດຜ່ອນພາລະແບກຫາບຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ.