🙏ສະບາຍດີ ຂໍກະບອກສຽງທາງສັງຄົມ ແລະ ສື່ອອນລາຍເຮົາຂໍຄວາມຊ່ວຍເຫລືອແດ່.

ຄືວ່າພໍ່ເຮົາໄປໃສ່ບາດແລ້ວຖືກຄົນຂ້າງບ້ານເອົາໄມ່ຟາດຫົວຈາກທາງຫລັງຕອນພໍ່ກຳລັງນັ່ງໃສ່ບາດຢູ່😭ສາເຫດແມ່ນ ມັນຜິດກັບເມຍແລ້ວເມຍບໍ່ໃຫ້ເຂົ້າເຮືອນ ແລະ ຕອນເຊົ້າພໍ່ໄປໃສ່ບາດຕອນ 6 ໂມງເຊົ້າ.

ລະຍ່າງກາຍຫນ້າບ້ານມັນລະມັນວ່າພໍ່ຫລຽວເບີ່ງມັນລະມັນເອົາໄມ້ຄ້ອນນຳໄປຟາດຫົວພໍ່ຢູ່ບ່ອນໃສ່ບາດຈົນບາດເຈັບສາຫັດ (ມີພະຍານເຫັນຈຳນວນຫຼາຍ) ແລະ ນອນຫ້ອງຟື້ນຟູຊີບໄດ້8ມື້ທີ່ໂຮງຫມໍ, ປະຈຸບັນພໍ່ໄດ້ເສຍຊີວິດແລ້ວຢາກຂໍຄວາມເຫັນໃຈຊ່ວຍປະກາດນຳຕາມຫາຜູ້ກໍ່ເຫດແດ່ເພາະຕອນນີ້ມັນຫລົບຫນີໄປ ແລະ ຄອບຄົວມັນກໍ່ບໍ່ມາຮັບຜິດຊອບ

🙏😭ຂໍຄວາມເຫັນໃຈນຳທຸກຄົນຊ່ວຍເປັນຫູເປັນຕາເບີ່ງຂ້າຕະກອນຜູ້ນີ້ໃຫ້ແດ່ຖ້າໃຜພົບເຫັນ #ເຮົາມີເງີນສົມມະນາຄຸນໃຫ້

📌ຄຳສັ່ງຈັບຕົວ ທ້າວ ພອນວິໄລ ເມກສຸລີນ (ຂ້າຕະກອນ)
ພໍ່ໄປໃສບາດກໍ່ຖືກຄົນມາຂ້າ#ສັງຄົມລາວເຮົາບໍ່ຄວນມີຂ້າຕະກອນ