
ປະທານທິບໍດີອາເມລິກາໄບເດຫນ ກ່າວຄຳປາໄສໃນວັນທີ31 ສິງຫາ ຫຼັງຈາກການຖອນທະຫານອາເມລິກາ ກຸ່ມສຸດທ້າຍອອກຈາກອັຟການິສຖານ.

ໄບເດັນກ່າວວ່າ “ການຖອນທະຫານຄັ້ງນີ້ ເປັນຜົນສຳເລັດອັນພົ້ນເດັ່ນຂອງອາເມລິກາ” “ສົງຄາມອັຟນິສຖານຈະບໍ່ໄດ້ສອດຄ່ອງກັັບຜົນປະໂຫຍດ ຂອງອາເມລິກາເລີຍ ການຕັດສິນໃຈນີ້ມີຄວາມຖືກຕ້ອງ ຄວາມສະຫຼາດ ແລະ ເປັນການຕັດສິນໃຈທີ່ດີທີສຸດສຳລັບອາເມລິກາ”.

ໃນຂະນະດຽວກັນ ຊາວອາເມລິກາຕິຕຽນການຖອນທະຫານຄັ້ງນີ້ມີຄວາມວຸ້ນວາຍຫຼາຍ ໃນຂະບວນການນັ້ນ ມີທະຫານອາເມລິກາ 13ຄົນໄດ້ເສຍຊີວິດ ແລະ ມີຮ້ອຍກວ່າຄົນຍັງບໍ່ໄດ້ຖອນອອກຈາກອັຟນິສຖານ.
