ໂຈນໃຈເຖີງ! ກາງເວັນຈ່າງປາງບຸກປຸ້ນຮ້ານຄໍາຢູ່ຕະຫລາດສີໄຄ.

ຕາມກ້ອງວົງຈອນປິດຂອງເຈົ້າຂອງຮ້ານຂາຍຄໍາ ແລະ ຫ້ອງການຄຸ້ມຄອງຕະຫລາດສີ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໄດ້ເປີດເຜີຍຂໍ້ມູນພາບຂອງໂຈນໃຈເຖີງບຸກເຂົ້າຮ້ານຂາຍຄໍາຢູ່ຕະຫລາດສີໄຄໃນເວລາປະມານ 13:20 ຂອງວັນທີ 15 ມີນາ 2023
ຕາມການເລົ່າສູ່ຟັງຂອງຜູ້ເຫັນເຫດການບອກວ່າ ໂຈນໄດ້ຄຳໄປ 1 ກຳມື ຍັງບໍ່ທັນໄດ້ສະຫລຸບວ່າເສຍຫາຍເທື່ອ.ເບື້ອງຕົ້ນພະນັກງານທຸກຄົນໃນຮ້ານແມ່ນປອດໄພ, ສ່ວນໂຈນແມ່ນໄດ້ລົບຫນີໄປຢ່າງລອຍນວນ.ຄາດວ່າໂຈນລາຍນີ້ອາດມາດັກຊຸ່ມຕິດຕາມການເຄື່ອນໄຫວກ່ອນຫນ້ານັ້ນ.

…

…

…