
ໃນຮ້ານສັບພະສິນຄ້າຫຼາຍແຫ່ງໃນທົ່ວປະເທດເກົາຫຼີໃຕ້ ມີສິນຄ້າລາຍການດຽວທີ່ເຫັນຢ່າງຊັດເຈນວ່າຫາຍຈາກຊັ້ນວາງສິນຄ້າຢ່າງໄວວານັ້ນຄື: ເກືອ.

ໃນເດືອນທີ່ຜ່ານມາ ປະເທດເກົາຫຼີໃຕ້ໄດ້ປະສົບກັບບັນຫາການຂາດເຂີນເກືອທະເລຢ່າງຮຸນແຮງ ຍ້ອນວ່າປະຊາຊົນຊື້ກັກຕຸນໄວ້ເປັນຈໍານວນຫຼວງຫຼາຍຊຶ່ງມັນສະທ້ອນໃຫ້ເຫັນຄວາມວິຕົກກັງວົນຂອງມວນຊົນທີ່ເພີ່ມຂຶ້ນ ກ່ອນມີແຜນການປ່ອຍນ້ຳທີ່ປົນເປື້ອນກຳມັນຕະພາບລັງສີທີ່ຜ່ານການບຳບັດແລ້ວຈາກໂຮງໄຟຟ້າຟູກູຊິມະ ຂອງປະເທດຍີ່ີປຸ່ນ ລົງສູ່ທະເລ.
ອຳນາດການປົກຄອງຍີ່ປຸ່ນ ແລະ ອົງການຕິດຕາມກວດການິວເຄຼຍຂອງອົງການສະຫະປະຊາຊາດ ໄດ້ຢັ້ງຢືນວ່າ ແຜນການດັ່ງກ່າວມີຄວາມປອດໄພ, ຖືກຕ້ອງຕາມມາດຕະຖານສາກົນ ແລະ ກົງກັບສິ່ງທີ່ບັນດາໂຮງງານນິວເຄຼຍຢູ່ໃນທົ່ວໂລກປະຕິບັດ ລວມທັງສະຫະລັດອາເມລິກາ. ນ້ຳປົນເປື້ອນຊຶ່ງໄດ້ຮັບການບຳບັດໃຫ້ເຈືອຈາງລົງ ແລະ ຈະປ່ອຍລົງສູ່ມະຫາສະໝຸດປາຊີຟິກເທື່ອລະໜ້ອຍໂດຍໃຊ້ເວລາຫຼາຍປີ.
ເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃຫ້ຂໍ້ມູນວ່າ ການເຄື່ອນໄຫວດັ່ງກ່າວແມ່ນມີຄວາມຈຳເປັນເພື່ອຍຸບໂຮງງານໄຟຟ້ານິວເຄຼຍຟູກູຊິມະ ທີ່ໄດ້ພັງທະລາຍລົງໃນປີ 2011 ຫລັງຈາກເກີດແຜ່ນດິນໄຫວ ແລະ ຄື້ນສຶນາມິທີ່ຮ້າຍແຮງຂອງຍີ່ປຸ່ນ. ລັດຖະບານກ່າວວ່າຈະເລີ່ມນ້ຳທີ່ປົນເປື້ອນກຳມັນຕະພາບລັງສີໃນຕົ້ນລະດູຮ້ອນປີນີ້ ເຖິງແມ່ນວ່າຈະບໍ່ໄດ້ລະບຸວັນທີຊັດເຈນ.
ແຕ່ການຮັບປະກັນດັ່ງກ່າວ ຍັງບໍ່ສາມາດຫຼຸດຜ່ອນຄວາມວິຕົກກັງວົນຂອງປະຊາຊົນໃນປະເທດເພື່ອນບ້ານ ເຊັ່ນເກົາຫຼີໃຕ້ ຊຶ່ງຊາວປະມົງກ່າວວ່າຊີວິດການເປັນຢູ່ຂອງພວກເຂົາຕົກຢູ່ໃນຄວາມສ່ຽງ ແລະ ປະຊາຊົນກໍ່ພາກັນຊື້ກັກຕຸນອາຫານໄວ້ເພາະຢ້ານການປົນເປື້ອນຂອງສານເຄມີ ແລະ ປະເທດຈີນກໍ່ໄດ້ຫ້າມນໍາເຂົ້າອາຫານຈາກບາງພາກພື້ນໃນປະເທດຍີ່ປຸ່ນ.
ນັກຂ່າວຈາກສຳນັກຂ່າວຣອຍເຕີໄດ້ລາຍງານໃນເດືອນມິຖຸນາຜ່ານສື່ສັງຄົມອອນໄລເກົາຫຼີ ໃຫ້ຮູ້ວ່າ ປະຊາຊົນເລີ່ມຊື້ກັກຕຸນສິນຄ້າທີ່ຜະລິດຈາກວັດຖຸດິບທີ່ໄດ້ຈາກທະເລອື່ນໆເຊັ່ນ: ສາຫຼ່າຍທະເລ ແລະ ຈຳພວກປາສ້ອຍທະເລ (ປາກະຕັກ).
ການຂາດເຂີນເກືອດັ່ງກ່າວແມ່ນຮ້າຍແຮງຫຼາຍຈົນລັດຖະບານຕ້ອງລະບາຍເກືອທະເລຈຳນວນໜຶ່ງອອກຈາກຄັງສໍາຮອງ ເພື່ອເຮັດໃຫ້ລາຄາເກືອຄົງທີ່ ຕາມການລາຍງານຂອງສະມາຄົມຜູ້ຜະລິດເກືອເກົາຫຼີໃຕ້ໃຫ້ຮູ້ວ່າ ລາຄາເກືອໄດ້ເພີ່ມຂຶ້ນຫຼາຍກວ່າ 40% ນັບຕັ້ງແຕ່ເດືອນເມສາ. ລັດຖະບານຍັງອ້າງອີກວ່າສະພາບອາກາດທີ່ບໍ່ເອື້ອອຳນວຍໄດ້ສົ່ງຜົນກະທົບຕໍ່ການຜະລິດເກືອ ແລະ ມີສ່ວນເຮັດໃຫ້ລາຄາເກືອເພີ່ມຂຶ້ນ.
ກະຊວງມະຫາສະໝຸດ ແລະ ການປະມົງ ໄດ້ກ່າວໃນເດືອນທີ່ຜ່ານມາວ່າ: “ປະຊາຊົນບໍ່ຕ້ອງກັງວົນເລື່ອງການສະໜອງເກືອທະເລເນື່ອງຈາກປະລິ ມານເກືອທີ່ສະໜອງໃຫ້ໃນເດືອນມິຖຸນາ ແລະ ເດືອນກໍລະກົດຈະມີປະມານ 120.000 ໂຕນ ຊຶ່ງສູງກວ່າປະລິມານການຜະລິດສະເລ່ຍຕໍ່ປີ. “ພວກເຮົາຂໍໃຫ້ປະຊາຊົນຊື້ພຽງແຕ່ປະລິມານທີ່ຕ້ອງການເທົ່ານັ້ນ ໃນເວລາທີ່ຊື້ເກືອທະເລ.”

*ຄວາມວິຕົກກັງວົນກ່ຽວກັບອາຫານທະເລ*
ສຳນັກຂ່າວຣອຍເຕີລາຍງານວ່າ ຄວາມວິຕົກກັງວົນດັ່ງກ່າວມັນໄດ້ສະແດງໃຫ້ເຫັນຢູ່ຕະຫຼາດຂາຍປາທີ່ໃຫຍ່ທີ່ສຸດໃນນະຄອນຫຼວງໂຊລ ເຈົ້າຫນ້າທີ່ຈຶ່ງໄດ້ໃຊ້ອຸປະກອນກວດຈັບລັງສີ ເພື່ອທົດສອບຜົນຜະລິດສົດໃໝ່ຢູ່ຕາມຮ້ານຂາຍເຄື່ອງຕ່າງໆ ເພື່ອຊ່ວຍຫຼຸດຜ່ອນຄວາມວິຕົກກັງວົນຂອງຜູ້ຊື້ສິນຄ້າ.
ປະເທດເກົາຫລີໃຕ້ໄດ້ສັ່ງຫ້າມການນໍາເຂົ້າອາຫານທະເລຂອງຍີ່ປຸ່ນ ທີ່ມາຈາກເຂດຟູກູຊິມະ ມາຕັ້ງແຕ່ປີ 2013 ແລະ ມີແຜນທີ່ຈະສືບຕໍ່ປະຕິບັດຄຳສັ່ງດັ່ງກ່າວຕໍ່ໄປ.
ແຕ່ຄຳສັງຫ້າມດັ່ງກ່າວບໍ່ໄດ້ສ້າງຄວາມໝັ້ນໃຈໃຫ້ຜູ້ຊື້ສິນຄ້າຊາວເກົາຫຼີ ທີ່ຢ້ານວ່ານ້ຳເສຍທີ່ຜ່ານການບຳບັດແລ້ວອາດຈະສົ່ງຜົນກະທົບຕໍ່ສິ່ງມີຊີວິດໃນທະເລທີ່ຢູ່ໄກຈາກນ່ານນ້ຳຂອງຍີ່ປຸ່ນ. ຊາວປະມົງເກົາຫຼີໃຕ້ທີ່ດຳເນີນກິດຈະການຢູ່ນອກຝັ່ງຕາເວັນອອກສຽງໃຕ້ຂອງປະເທດ ທີ່ຢູ່ໃກ້ກັບປະເທດຍີ່ປຸ່ນ ອາດຈະຮູ້ສຶກເຖິງຜົນກະທົບດັ່ງກ່າວ.

ທ່ານ ລີກີຊຳ (Lee Gi-sam) ຊາວປະມົງໃນເມືອງທ່າເຮືອໃນຕົງຢອງ (Tongyeong) ກ່າວວ່າ “ດຽວນີ້ປະຊາຊົນຫຼາຍກວ່າ 80% ບອກວ່າຈະກິນອາຫານທະເລໜ້ອຍລົງ ຊຶ່ງເປັນເລື່ອງໜ້າເປັນຫ່ວງຫຼາຍ. “ຖ້າປະຊາຊົນຫລີກລ່ຽງບໍ່ກິນອາຫານທະເລ, ພວກເຮົາຄົງຈະປະເຊີນກັບວິກິດການລົ້ມລະລາຍ.”
ລາວບໍ່ເຊື່ອໝັ້ນຕໍ່ຄຳຢັ້ງຢືນຂອງເຈົ້າໜ້າທີ່ກ່ຽວຂ້ອງວ່າແຜນດັ່ງກ່າວມີຄວາມປອດໄພແທ້ ຊຶ່ງມັນສະແດງໃຫ້ເຫັນເຖິງຄວາມສົງໄສໃນວົງກວ້າງເຖິງແມ່ນວ່າຍີ່ປຸ່ນຈະໄດ້ຮັບການອະນຸມັດຈາກອົງການພະລັງງານປະລະມານູສາກົນ (IAEA).
ທ່ານ ລີເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະກ້າກິນ ແຕ່ຂ້ອຍບໍ່ແນ່ໃຈວ່າຂ້ອຍຈະກ້າເອົາໃຫ້ລູກຂອງຂ້ອຍກິນ”
ອົງການພະລັງງານປະລະມານູສາກົນ (IAEA) ພະຍາຍາມຫຼຸດຜ່ອນຄວາມວິຕົກກັງວົນດັ່ງກ່າວ. ຫຼັງຈາກກວດສອບຄວາມປອດໄພຢ່າງລະອຽດແລ້ວ ກໍ່ໄດ້ສະຫຼຸບໃນບົດລາຍງານວ່າການປ່ອຍນ້ຳເສຍດັ່ງກ່າວຈະມີຜົນກະທົບຕໍ່ຄົນ ຫຼື ສິ່ງແວດລ້ອມ “ພຽງເລັກນ້ອຍ”.
ໃນການໃຫ້ສໍາພາດກັບ CNN ຜູ້ອໍານວຍການ IAEA ທ່ານ ຣາຟາເອວ ກຣອສຊີ່ (Rafael Grossi) ກ່າວວ່າຄວາມຢ້ານກົວຂອງມວນຊົນເປັນສິ່ງທີ່ເຂົ້າໃຈໄດ້ ແລະ “ມີເຫດມີຜົນ” ແລະ ລາວໄດ້ຢັ້ງຢືນວ່າ “ຈົງໝັ້ນໃຈໃນພື້ນຖານຂໍ້ມູນໃນບົດສະຫຼຸບຂອງພວກເຮົາ.”
ບັນດາຜູ້ທີ່ຍັງມີຄວາມສົງໄສຈາກບັນດາປະເທດຕ່າງໆ ລວມທັງເຈົ້າໜ້າທີ່ຈີນ ແລະ ບັນດາສະມາຊິກພັກຝ່າຍຄ້ານຂອງເກົາຫຼີໃຕ້ ໄດ້ຕັ້ງຂໍ້ສົງໄສຕໍ່ຜົນການຄົ້ນຄ້ວາຂອງ IAEA ແລະ ທັດສະນະຂອງອົງການຕໍ່ບັນຫານີ້ ຊຶ່ງຜູ້ນຳ IAEA ໄດ້ປະຕິເສດ ໂດຍອ້າງວ່າການກວດສອບໄດ້ດຳເນີນໄປຢ່າງຍຸດຕິທຳ ແລະ ໂປ່ງໃສ.
ລັດຖະບານເກົາຫຼີໃຕ້ກ່າວວ່າຈະເຄົາລົບຂໍ້ມູນການຄົ້ນວິໄຈຂອງ IAEA ແຕ່ມັນບໍ່ໄດ້ຊ່ວຍເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍໃນປະເທດ ມີຄວາມເຊື່ອໝັ້ນ ເນື່ອງຈາກມີປະຊາຊົນຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມການປະທ້ວງໃນລະຫວ່າງການມາຢ້ຽມຢາມນະຄອນຫຼວງໂຊລຂອງທ່ານກຣອສຊີ່ (Grossi).
ຖ້າປະຕິບັດຕາມແຜນທີ່ວາງໄວ້ ທ່ານລີກ່າວວ່າ “ຂ້ອຍຈະໄປຫາປາຢູ່ບ່ອນອື່ນໃນນ້ໍາທີ່ບໍ່ມີລັງສີ,” ເຖິງວ່າມັນຈະໝາຍເຖິງການສູນເສຍລາຍໄດ້ກໍ່ຕາມ.
ລາວເວົ້າວ່າ “ຂ້ອຍເລີ່ມອາຊີບຫາກິນຢູ່ໃນທະເລ ແລະ ຂ້ອຍໄດ້ເຮັດອາຊີບນີ້ມາເປັນເວລາ 30 ປີ ຂ້ອຍບໍ່ມີທັກສະອື່ນໆເລີຍ … ຂ້ອຍໃຊ້ເວລາ ຕະຫຼອດຊີວິດທີ່ຜ່ານມາຂອງຂ້ອຍຫາປາ ສະນັ້ນ, ຂ້ອຍຈຶ່ງບໍ່ສາມາດລອງເຮັດອາຊີບອື່ນໄດ້ອີກແລ້ວ.”
