ຈາກ: ຮັບພາກວດພະຍາດ ແລະ ແປພາສາ ຢູ່ ຮ່າໂນ້ຍ ຫວຽດນາມ ໂພສ
ເສຍຊີວິດເພາະການກິນ Oysters ຫອຍນາງລົມສົດ
– ຄົນເຈັບຕິດເຊື້ອແບັກທີເຣັຍ Vibrio parahaemolyticus (ພະຍາດອະຫິວາທຽມ) ຍ້ອນກິນຫອຍນາງລົມສົດ. ເຖິງວ່າຈະມີການດູແລແລະການປິ່ນປົວແບບສຸມໃສ, ຄົນເຈັບບໍ່ສາມາດຜ່ານໄປໄດ້.

– ຜົນການກວດເລືອດໄດ້ສະແດງໃຫ້ເຫັນວ່າຄົນເຈັບຕິດເຊື້ອ Vibrio parahaemolyticus (ພະຍາດອະຫິວາທຽມ).
– ເຊື້ອແບັກທີເຣັຍ Vibrio parahaemolyticus ເຮັດໃຫ້ ລຳໃສ້ອັກເສບກະທັນຫັນ, ຕິດເຊື້ອໃນກະແສເລືອດ, ການຕິດເຊື້ອທົ່ວຮ່າງກາຍ ແລະ ເຖິງແກ່ຊີວິດໄດ້. ເຊື້ອແບັກທີເຣັຍນີ້ອາໄສຢູ່ໃນອາຫານທະເລເຊັ່ນ: ປາ, ປູ, ກຸ້ງ, ຫອຍແຄງ, ຫອຍກາບ, ຫອຍ Barnacle, ຫອຍນາງລົມ, … ຂອງນ້ໍາຄອງ ( ທີຢູ່ລະຫວ່າງກາງນໍ້າເຄັມແລະນໍ້າຈືດ )ແລະ ນ້ໍາເຄັມ ນອກນີ້ ຍັງພົບເຫັນຢູ່ໃນດິນຊາຍ, ຕົມ, ແລະນ້ໍາທະເລເປັນມົນລະພິດ.

ເພື່ອຫຼີກເວັ້ນການຕິດເຊື້ອແບັກທີເຣັຍ:
• ບໍ່ຄວນກິນອາຫານທະເລດິບ ຫຼື ປຸງແຕ່ງບໍ່ສຸກ ຫຼື ອາຫານທະເລທີ່ເລີ່ມເນົ່າ ຫຼື ຕາຍ.
• ກິນຂອງກິນປຸງສຸກ, ນໍ້າດື່ມຕົ້ມສະອາດ.
• ເລືອກອາຫານ ແລະ ການແປຮູບທີ່ຮັບປະກັນສຸຂະອະນາໄມແລະຄວາມປອດໄພຂອງອາຫານ.

Cre: ໂຮງຫມໍ ຫວຽດນາມ – ສວີເດນ