ຫວຽດນາມພະຍາຍາມເຮັດຂໍ້ຕົກລົງຊື້ຂາຍອາວຸດກັບລັດເຊຍແບບລັບໆ ເຖິງແມ່ນວ່າຈະມີການເພີ່ມທະວີສາຍພົວພັນການຮ່ວມມືກັບອາເມລິກາກໍ່ຕາມ

cr: NewYork TIMES

ໂດຍຝ່າຝືນການລົງໂທດຂອງສະຫະລັດ ລັດຖະບານຫວຽດນາມໄດ້ວາງແຜນຊື້ອາວຸດຈາກລັດເຊຍ ຊຶ່ງເຈົ້າໜ້າທີ່ກ່ຽວເຫັນວ່ານີ້ແມ່ນການຍົກລະດັບກອງກຳລັງທະຫານຂອງຕົນເພື່ອເປັນສິ່ງປ້ອງກັນຕົນເອງຈາກປະເທດຈີນ.

ໃນເວລາທີ່ປະທານາທິບໍດີໄບເດັນ ໄດ້ຮັບການຕ້ອນຮັບຈາກເຈົ້າໜ້າທີ່ຂອງຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນອາທິດທີ່ຜ່ານມາ ທ່ານຈະສະເຫຼີມສະຫຼອງເນື່ອງໃນໂອກາດທີ່ມີເພື່ອນອີກຄົນໜຶ່ງໃນເຂດອາຊີທີ່ຈະເຂົ້າຮ່ວມເປັນພັນທະມິດ ຊຶ່ງທ່ານຫວັງວ່າມັນເອື້້ອອຳນວຍຜົນປະໂຫຍດໃຫແກ່ອາເມລິກາຫຼາຍກ່ວາ ຈີນ ແລະ ລັດເຊຍ.

ໃນໄລຍະການມາຢ້ຽມຢາມຂອງທ່ານ ໄບເດັນ ທັງສອງປະເທດຈະເນັ້ນໃຫ້ຄວາມສຳຄັນຕໍ່ພັນທະສັນຍາຂອງຕົນທີ່ຈະ “ເພີ່ມທະວີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບໃນເຂດພາກພື້ນ”. ຖະແຫຼງການຈາກທຳນຽບຂາວຄາດວ່າ ທ່ານ ຫງວຽນຟູ໋ຈ້ອງ ການນຳຂັ້ນສູງຂອງ ສສ ຫວຽດນາມ ຈະພົບປະກັບຝ່າຍ ສະຫະລັດອາເມລິກາ ເພື່ອຍົກລະດັບສາຍພົວພັນດ້ານຍຸດທະສາດ ຊຶ່ງຄະນະບໍລິຫານຂອງ ທ່ານໄບເດັນ ໄດ້ມີແລກປ່ຽນກັນແລ້ວກ່ອນໜ້ານີ້ ໂດຍໄດ້ມອງຂ້າມການໃຊ້ສິດຜະເດັດການທີ່ເປັນການລະເມີດ ສິດທິມະນຸດຂອງພັກກອມມູນິດຫວຽດ ນາມທີ່ນັບມື້ນັບເພີ່ມຂຶ້ນ.

ແຕ່ເຖິງວ່າອາເມລິກາ ແລະ ຫວຽດນາມ ໄດ້ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂື້ນກໍ່ຕາມ ແຕ່ເມື່ອບໍ່ດົນມານີ້ ອີງຕາມເອກະສານພາຍໃນຂອງລັດຖະບານຫວຽດນາມ ສະແດງໃຫ້ເຫັນວ່າ ຮ່າໂນ້ຍ ພວມວາງແຜນລັບເພື່ອຊື້ອາວຸດຍຸດໂທປະກອນຈາກ ລັດເຊຍ ຊຶ່ງຂັດກັບມາດຕະການລົງໂທດຂອງອາເມລິກາ.

ອີງຕາມເອກະສານຈາກກະຊວງການເງິນ ສະບັບລົງວັນທີ 3 ມີນາ 2023 ຊຶ່ງເນື້ອໃນໄດ້ຊີ້ໃຫ້ເຫັນວ່າເຈົ້າໜ້າທີ່ຫວຽດນາມທັງໃນອະດີດ ແລະ ປັດຈຸບັນ ສະເໜີໃຫ້ຫວຽດນາມປັບປຸງກອງທັບຂອງຕົນໃຫ້ທັນສະໄໝ ດ້ວຍການຈ່າຍເງິນແບບລັບໆເພື່ອຈັດຊື້ອາວຸດປ້ອງກັນ ໂດຍການໂອນເງິນເຂົ້າບໍລິສັດຫຸ້ນສ່ວນຊື້ຂາຍນ້ຳມັນ ຫວຽດນາມ ແລະ ລັດເຊຍ ທີ່ດຳເນີນກິດຈະການຢູ່ປະເທດໄຊບີເລຍ ຊຶ່ງລົງນາມໃນເອກະສານດັ່ງກ່າວໂດຍ ທ່ານຮອງລັດຖະມົນຕີກະຊວງການເງິນ ຂອງຫວຽດນາມ. ໃນເອກະສານດັ່ງກ່າວໃຫ້ຂໍ້ສັງເກດວ່າ ຫວຽດນາມພວມເຈລະຈາເຮັດສັນຍາຊື້ອາວຸດໃໝ່ຈາກລັດເຊຍເພື່ອ “ເພີ່ມທະວີຄວາມໄວ້ວາງໃຈດ້ານຍຸດທະສາດ” ໃນເວລາດຽວກັນ “ຣັດເຊຍກໍ່ພວມຖືກປະເທດຕາເວັນຕົກຂວ່ຳບາດໃນທຸກໆດ້ານ.”

ສຳລັບຫວຽດນາມແລ້ວ ແນວຄວາມຄິດນີ້ຖືວ່າສົມເຫດສົມຜົນ ຄັ້ງໜຶ່ງຫວຽດນາມເຄີຍເປັນໜຶ່ງໃນປະເທດ 10 ອັນດັບທຳອິດຂອງໂລກທີ່ນຳເຂົ້າອາວຸດຍຸດໂທປະກອນຈາກລັດເຊຍມາເປັນເວລາຍາວນານ. ສະຫະລັດອາເມລິກາໄດ້ຄຳປະຕິຍານໄວ້ວ່າຈະລົງໂທດບັນດາປະເທດທີ່ຊື້ອາວຸດຈາກລັດເຊຍ ຊຶ່ງຈາກເຫດດັ່ງກ່າວມັນໄດ້ທຳລາຍແຜນການຂອງຫວຽດນາມທີ່ປັບປຸງກອງກຳລັງທະຫານຄືນໃໝ່ ແລະ ສ້າງແນວປ້ອງກັນທີ່ເຂັ້ມແຂງຕ້ານການບຸກໂຈມຕີທາງທະເລຂອງຈີນ ຢູ່ເຂດທະເລຈີນໃຕ້.

ເຖິງຢ່າງໃດກໍຕາມ ດ້ວຍການພັດທະນາແຜນການລັບເພື່ອຊື້ອຸປະກອນປ້ອງກັນປະເທດຈາກລັດເຊຍ, ຫວຽດນາມ ພວມກ້າວເຂົ້າສູ່ຈຸດສູນກາງຂອງການແຂ່ງຂັນດ້ານການຮັກສາຄວາມປອດໄພທີ່ໃຫຍ່ຂື້ນ ຊຶ່ງແຜ່ຫຼາຍໃນສະໄໝສົງຄາມເຢັນ ແລະ ສົງຄາມຮ້ອນທີ່ເກີດຂື້ນໃນປະຈຸບັນຢູ່ປະເທດອູແກຼນ.
ເຈົ້າໜ້າທີ່ທາງການທູດຂອງອາເມລິກາບໍ່ໄດ້ຕອບສະໜອງຕໍ່ການຮ້ອງຂໍຄຳຄິດເຫັນຕໍ່ແຜນຄາດຄະເນໃນການຊື້ຂາຍອາວຸດ.

ຮ່າໂນ້ຍ ມີຄວາມຊຳນານໃນເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກ. ແຕ່ການສະແຫວງຫາຂໍ້ຕົກລົງເພື່ອຈັດຊື້ອາວຸດຈາກຣັດເຊຍ ໄດ້ຫຼຸດຜ່ອນແຜ່ຂະຫຍາຍໄປຍັງສະຫະລັດ ແລະ ມັນສະແດງໃຫ້ເຫັນເຖິງຄວາມສ່ຽງຂອງນະໂຍບາຍການຕ່າງປະເທດຂອງອາເມລິກາທີ່ບັງຄັບໃຫ້ບັນດາປະເທດຕ່າງໆຕ້ອງເລືອກຂ້າງວ່າຈະຢູ່ຝ່າຍໃດ “ພວກເຮົາ ຫຼື ພວກເຂົາ”.
ທ່ານ ອຽນ ສະຕໍຣີ່ (Ian Storey), ນັກວິຊາການອາວຸໂສຂອງສະຖາບັນ ISEAS-Yusof Ishak, ປະເທດສິງກະໂປ ແລະ ເປັນຜູ້ຂຽນປຶ້ມ ກ່ຽວກັບການຄວາມສຳພັນຂອງລັດເຊຍກັບອາຊີຕາເວັນອອກສ່ຽງໃຕ້ຊຶ່ງຈະອອກມາໃນໄວໆນີ້ ກ່າວວ່າ “ຂ້າພະເຈົ້າຮູ້ສຶກໃນບາງແງ່ມຸມທີ່ວ່າອາເມລິ ກາມີຄວາມຄາດຫວັງຈາກຫວຽດນາມທີ່ບໍ່ບໍ່ສອດຄ່ອງກັບຄວາມເປັນຈິງ. “ຂ້າພະເຈົ້າບໍ່ແນ່ໃຈວ່າເຂົາເຈົ້າເຂົ້າໃຈຢ່າງເຕັມທີ່ ຫຼື ບໍ່ວ່າສາຍພົວພັນລະຫວ່າງຫວຽດນາມກັບຈີນມີຄວາມລະອຽດອ່ອນປານໃດ ແລະ ສາຍພົວພັນຂອງພວກເຂົາກັບລັດເຊຍເລິກເຊິ່ງປານໃດ. ຄວາມເຂົ້າໃຈຜິດນີ້ອາດຈະເຮັດໃຫ້ອາເມລິກາຖືກເຜົາໄໝ້ໄດ້.”

ອີກຢ່າງໜຶ່ງ ທີ່ຕັ້ງທາງຍຸດທະສາດຂອງຫວຽດນາມ ແມ່ນຖືກຄອບງຳໂດຍຈີນທາງຕອນເໜືອ, ມີສາຍພົວພັນທີ່ດີກັບລັດເຊຍໃນທາງປະຫວັດ ສາດ ແລະ ເມື່ອບໍ່ດົນມານີ້ ກໍ່ສ້າງສາຍພົວພັນທີ່ດີກັບສະຫະລັດ ສິ່ງນີ້ໄດ້ເຮັດໃຫ້ປະເທດໃນເຂດອາຊີຕາເວັນອອກສ່ຽງໃຕ້ທີ່ມີປະຊາກອນ 100 ລ້ານຄົນນີ້ກາຍເປັນຈຸດສູນກາງທາງດ້ານພູມິລັດຖະສາດ ແລະ ອີກຢ່າງໜຶ່ງ ຫວຽດນາມ ກໍ່ເປັນປະເທດທີ່ສາມາດຂັບໄລ່ຜູ້ຮຸກຮານສາມປະເທດອອກຈາກຜືນແຜນດິນຂອງຕົນໄດ້ ພາຍໃນເວລາ 25 ປິ ຄື: ຝຣັ່ງ, ອາເມລິກາ ແລະ ຈີນ – ຫວັງວ່າຫວຽດນາມຈະຢູ່ໃຫ້ຫ່າງໄກຈາກການປະເຊີນໜ້າກັບມະຫາອຳນາດ ແລະ ສ້າງເສັ້ນທາງເດີນເປັນຂອງຕົນເອງ.

ເອກະສານກະຊວງການເງິນໄດ້ກຳນົດລາຍລະອຽດວ່າກະຊວງປ້ອງກັນປະເທດຈະຈ່າຍເງິນຄ່າອາວຸດໃຫ້ລັດເຊຍແນວໃດເພື່ອຫຼີກລ້ຽງການກວດຢ່າງລະອຽດຂອງອາເມລິກາ. ເງິນທີ່ຈ່າຍເປັນຄ່າອາວຸດໃຫ້ແກ່ລັດເຊຍຈະຖືກໂອນເຂົ້າປື້ມບັນຊີຂອງບໍລິສັດຮ່ວມທຸລະກິດລະຫວ່າງລັດເຊຍ – ຫວຽດນາມທີ່ມີຊື່ວ່າ ຣັດຫວຽດເປໂຕຣ (Rusvietpetro) ຊຶ່ງມີກິດຈະການນ້ໍາມັນ ແລະ ອາຍແກັສທໍາມະຊາດຢູ່ທາງພາກເໜືອຂອງລັດເຊຍ.
“ພັກ ແລະ ລັດຂອງພວກເຮົາ,” ເອກະສານໄດ້ລະບຸວ່າ “ລັດເຊຍຍັງເປັນຫຸ້ນສ່ວນທາງຍຸດທະສາດທີ່ສໍາຄັນທີ່ສຸດໃນການປ້ອງກັນ ແລະ ຮັກສາຄວາມໝັ້ນຄົງປອດໄພ”.
ສອງເດືອນພາຍຫຼັງທີ່ໜັງສືສະເໜີຂອງກະຊວງການເງິນໄດ້ຮັບການເຜີຍແຜ່ພາຍໃນ ທ່ານ ເດມີຕຣີ ເອ ເມດເວເດຟ (Dmitri A. Medvedev), ອະດີດນາຍົກລັດຖະມົນຕີຣັດເຊຍ ແລະ ຮອງປະທານສະພາຄວາມໝັ້ນຄົງຂອງຣັດເຊຍ ຄົນປະຈຸບັນທີ່ໄດ້ເດີນທາງໄປນະຄອນຫຼວງຮ່າໂນ້ຍແບບງຽບໆ. ການຢ້ຽມຢາມຄັ້ງນີ້ເກືອບວ່າບໍ່ມີການລາຍງານຢູ່ໃນສື່ມວນຊົນແຫ່ງລັດຂອງຫວຽດນາມ ແຕ່ເຈົ້າໜ້າທີ່ຫວຽດນາມກ່າວວ່າ ການເດີນທາງຢ້ຽມຢາມຂອງທ່ານໃນຄັ້ງນີ້ແມ່ນເພື່ອຮັດແໜ້ນຂໍ້ຕົກລົງດ້ານການປ້ອງກັນປະເທດ. ເຈົ້າໜ້າທີ່ຫວຽດນາມທ່ານໜຶ່ງກຳນົດເງື່ອນໄຂຂອງສັນຍາດ້ານອາວຸດໃໝ່ຮ່ວມກັບລັດເຊຍດ້ວຍມູນຄ່າຊື້ຂາຍອາວຸດ 8 ຕື້ໂດລາສະຫະລັດ ຕະຫຼອດໄລຍະເວລາ 20 ປີ.
ນັບຕັ້ງແຕ່ຣັດເຊຍເລີ່ມບຸກໂຈມຕີອູແກຼນໃນປີທີ່ຜ່ານມາ ຫວຽດນາມໄດ້ໃຫ້ການປົກປ້ອງ ແກ່ບັນດາພັນທະມິດທີ່ມີມາແຕ່ດົນນານ. ຫວຽດ ນາມໄດ້ປະຕິເສດທີ່ຈະກ່າວປະນາມການຮຸກຮານຂອງລັັດເຊຍຢູ່ອົງການສະຫະປະຊາຊາດ ແລະ ໄດ້ລົງຄະແນນສຽງຄັດຄ້ານການລະງັບຣັດເຊຍອອກຈາກຄະນະກຳມະການສະພາສິດທິມະນຸດ. ໃນກອງປະຊຸມດ້ານຄວາມປອດໄພຢູ່ນະຄອນຫຼວງມົສກູໃນເດືອນທີ່ຜ່ານມາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຂອງລັດເຊຍ ທ່ານ ເຊີເກ ຊອຍກູ (Sergei K. Shoigu) ໄດ້ແຈ້ງໃຫ້ຮູ້ວ່າຫວຽດນາມແມ່ນຜູ້ຊື້ອາວຸດດີເດັ່ນລາຍລ່າສຸດຂອງລັດເຊຍ.
ໃນສ່ວນຂອງ ອາເມລິກາກໍ່ພະຍາຍາມດຶງຫວຽດນາມໃຫ້ອອກຈາກວົງໂຄຈອນຂອງຣັດເຊຍ. ໃນປີ 2016 ວໍຊິງຕັນໄດ້ຍົກເລີກຄຳສັ່ງຫ້າມການຄ້າອາວຸດຢູ່ຮ່າໂນ້ຍ. ໃນຂະນະດຽວກັນກໍ່ບໍ່ມີໃຜຄາດວ່າຫວຽດນາມຈະໄດ້ຮັບເຮືອບິນສູ້ຮົບຈາກອາເມລິກາ ແຕ່ເປັນທີ່ຊັດເຈນແລ້ວວ່າຫວຽດນາມຈະໄດ້ຮັບລາງວັນເປັນອາວຸດປ້ອງກັນປະເທດທີ່ມີປະໂຫຍດເພື່ອຕ້ານກັບຈີນ. ການຍົກລະດັບສາຍພົວພັນທາງຍຸດທະສາດລະຫວ່າງອາເມລິກາ – ຫວຽດນາມ ໃນວັນອາທິດທີ່ຜ່ານມານີ້ ຍັງຈະເຮັດໃຫ້ບັນດາປະເທດພັນທະມິດຂອງອາເມລິກາ ເຊັ່ນ ເກົາຫຼີໃຕ້ ຂາຍອາວຸດຍຸດໂທປະກອນທີ່ທັນສະໄໝໃຫ້ຫວຽດນາມໄດ້ງ່າຍຂື້ນ.

ກ່ອນສົງຄາມຢູ່ອູແກຼນກໍ່ປະກົດເຫັນບັນຫາກ່ຽວກັບອາວຸດຍຸດໂທປະກອນທາງການທະຫານຂອງລັດເຊຍ ສ່ວນຮ່າໂນ້ຍ ກໍ່ໄດ້ເລີ່ມກະຈາຍຄວາມສ່ຽງ ໂດຍຕິດຕໍ່ຊື້ຂາຍກັບຜູ້ສະໜອງລາຍອື່ນໆຢູ່ອິດສະຣາແອນ ແລະ ສາທາລະນະລັດ ເຊັກ. ການຮຸນຮານແຄວ້ນໄຄຼເມຍຂອງລັດເຊຍ ໃນປີ 2014 ໄດ້ບັງຄັບໃຫ້ຫວຽດນາມ ຕ້ອງຊອກຊື້ເຮືອກຳປັ່ນສູ້ຮົບຈາກລັດເຊຍ ແຕ່ຊີ້ນສ່ວນທີ່ສຳຄັນຊ້ຳພັດຢູ່ອູແກຼນ ເຮັດໃຫ້ມີການຍາດແຍ່ງກັນຂື້ນ ມົສກູກໍ່ມີຄວາມຈຳເປັນຕ້ອງການສະໜອງອາວຸດເພື່ອເຮັດສົງຄາມຂອງຕົນເອງ ຊຶ່ງເຮັດໃຫ້ມີການຕັ້ງຄຳຖາມຂື້ນມາວ່າບັນດາໂຮງງານຂອງຣັດເຊຍຈະສາມາດຜະລິດອາວຸດໄດ້ພຽງພໍເພື່ອຕອບສະໜອງຕາມການສັ່ງຊື້ຈາກຕ່າງປະເທດໄດ້ຫຼືບໍ່.

ສະຫະລັດໄດ້ວາງມາດຕະການລົງໂທດຣັດເຊຍໃນປີ 2017 ຊຶ່ງມີຄວາມເປັນໄປໄດ້ສູງທີ່ຈະມີການລົງໂທດຕໍ່ບັນດາປະເທດທີ່ດຳເນີນທຸລະກິດຮ່ວມກັບກອງກຳລັງທະຫານ ຫຼື ອົງການສືບລັບຂອງຣັດເຊຍ. ພາຍຫຼັງຣັດເຊຍເຂົ້າຮຸການອູແກຼນໃນປີທີ່ຜ່ານມາ ອາເມລິກາຍັງໄດ້ແຍກທະນາຄານລັດເຊຍອອກຈາກລະບົບການຊຳລະເງິນຈາກທົ່ວໂລກທີ່ຫວຽດນາມເຄີຍນຳໃຊ້ເພື່ອຊື້ອຸປະກອນທາງການທະຫານ.
ທ່ານ ຫງວຽນເທເຟືອງ ນັກວິເຄາະດ້ານປ້ອງກັນປະເທດທີ່ບັນຍາຍຢູ່ມະຫາວິທະຍາໄລເສດຖະສາດ ແລະ ການເງິນ ນະຄອນໂຮ່ຈິມິນ ປະເທດຫວຽດນາມ ໄດ້ກ່າວວ່າ “ຖ້າຫວຽດນາມ ສືບຕໍ່ຊື້ອາວຸດຈາກລັດເຊຍ ຊື່ສຽງໃນລະດັບສາກົນຂອງພວກເຮົາຈະໄດ້ຮັບຄວາມເສຍຫາຍ”. “ການນຳເຂົ້າອາວຸດຈາກລັດເຊຍ ຈະສົ່ງຜົນກະທົບທາງລົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງຫວຽດນາມໃນອະນາຄົດ ເພາະອາເມລິກາ ແລະ ບັນດາພັນທະທະມິດໃນເອີລົບ ແມ່ນລູກຄ້າທີ່ສຳຄັນຕົ້ນຕໍໃນການສົ່ງອອກຂອງພວກເຮົາ ມັນບໍ່ກຸ້ມຄ່າດອກ.”

ເຖິງແນວໃດກໍຕາມ ກອງທັບຫວຽດນາມກໍ່ຍັງມີສາຍພົວພັນທີ່ແໜ້ນແຟ້ນກັບຣັດເຊຍ ແລະ ການປ່ຽນແປງອາດຈະໃຊ້ເວລາຫຼາຍປີ ຫຼື ຫຼາຍສິບປີ. ໃນທາງປະຫວັດສາດ ຄວາມຈົງຮັກພັກດີຂອງຫວຽດນາມທີ່ມີຕໍ່ລັດເຊຍຍັງໝັ້ນຄົງ ໃນໄລຍະທີ່ຫວຽດນາມເອີ້ນວ່າສົງຄາມອາເມລິການັ້ນ ກອງກຳລັງທະຫານກອມມູນິດຂອງຫວຽດນາມກໍ່ໄດ້ໃຊ້ລູກສອນໄຟຂອງໂຊວຽດຊ່ວຍເພື່ອຕໍ່ສູ້ກັບອາເມລິກາ. ບຸກຄົນສຳຄັນຫຼາຍຮຸ່ນຂອງຫວຽດນາມລ້ວນແລ້ວແຕ່ໄດ້ຮັບການຝຶກອົບຮົມຢູ່ສະຫະພາບໂຊຫວຽດ ແລະ ຕໍ່ມາຈຶ່ງກາຍມາເປັນລັດເຊຍ.

ມີຂໍ້ຄວນພິຈາລະນາໃນພາກປະຕິບັດຄື ເຮືອບິນສູ້ຮົບຂອງຫວຽດນາມ ແລະ ແຜງຄວບຄຸມເຮືອດຳນ້ຳແມ່ນເປັນພາສາຊີລີລິກ. ການປ່ຽນພາສາຕ້ອງໃຊ້ເວລາ ແລະ ເງິນທຶນ ຊື່ງຫວຽດນາມບໍ່ມີທັງເງິນ ແລະ ເວລາຫຼາຍ ຫວຽດນາມຕ້ອງການເຮືອບິນສູ້ຮົບລຸ້ນໃໝ່ ພາຍຫຼັງການເກີດອຸປະຕິ ເຫດຂອງເຮືອບິນສູ້ຮົບທີ່ມີອາຍຸເກົ່າແກ່ຂອງຣັດເຊຍຫຼາຍຄັ້ງ.

ເຫດຜົນອີກຢ່າງໜຶ່ງສໍາລັບການເປີດທໍ່ສົ່ງອາວຸດຂອງລັດເຊຍ: ການຊື້ອາວຸດຈາກປະເທດຕາເວັນຕົກຕ້ອງການຄວາມໂປ່ງໃສຫຼາຍກວ່າການເຈລະຈາຊື້ຂາຍກັບລັດເຊຍ.
ທ່ານ ຄາໄລ ເອ ເທເລີ (Carlyle A. Thayer) ສາສະດາຈານກິດຕິຄຸນ ມະຫາວິທະຍາໄລ ນິວເຊົາເວວ ແຄນເບີຣ່າ ແລະ ເປັນຜູ້ຊ່ຽວຊານດ້ານການທະຫານຫວຽດນາມ ກ່າວວ່າ “ທຸກໆສັນຍາກັບລັດເຊຍ ສາມາດຈ່າຍດ້ວຍເງິນໃຕ້ໂຕະ ຫຼື ສິ່ງໃດສິ່ງໜຶ່ງທີ່ໃຫ້ໃຕ້ໂຕະ “ນາຍພົນຫວຽດນາມຈະຢາກຍອມແພ້ບໍ?”

ສະມາຊິກພັກສາຍແຂງຂອງການນຳຫວຽດນາມ ໃນປັດຈຸບັນມີໜ້າທີ່ຕຳແໜ່ງທີ່ໄດ້ປຽບໃນຂະນະທີ່ທ່ານຈອງ ກຳກຳປັ້ນແໜ້ນ. ພວກເຂົາຍັງຄົງບໍ່ໄວ້ວາງໃຈຕໍ່ສະຫະລັດ ເຖິງແມ່ນວ່າຈະຕ້ອນຮັບທ່ານ ທ່ານໄບເດັນ. ພວກເຂົາກໍ່ຍັງຢ້ານວ່າສະຫະລັດອາດຈະພະຍາຍາມກະຕຸ້ນໃຫ້ເກີດການປະຕິວັດປະຊາທິປະໄຕໃນຫວຽດນາມ ຫຼື ຢ່າງໜ້ອຍທີ່ສຸດ ກໍ່ຄັດຕິດເງື່ອນໄຂດ້ານສິດທິມະນຸດເຂົ້າໃນສັນຍາການຊື້ອາວຸດໃນອະນາຄົດ, ທ່ານ ຊາຄາຣີ ອາບູຊາ (Zachary Abuza) ອາຈານສອນຢູ່ວິທະຍາໄລການສົງຄາມແຫ່ງຊາດໃນວໍຊິງຕັນ ແລະ ເປັນຜູ້ຂຽນປຶ້ມກ່ຽວກັບກອງທັບຫວຽດນາມທີ່ຈະອອກມາໃນໄວໆນີ້ ກ່າວວ່າ “ຂໍ້ຕົກລົງກັບຣັດເຊຍສົມເຫດສົມຜົນທຸກຢ່າງໃນໂລກ,” “ທຸກຄົນຢາກເວົ້າເຖິງການພົວພັນດ້ານປ້ອງກັນປະເທດທີ່ພວມຂະຫຍາຍຕົວນີ້ກັບອາເມລິກາ ແຕ່ມັນຈະບໍ່ເກີດຂຶ້ນ ເພາະວ່າກອງທັບຫວຽດນາມໃຫ້ສະໜັບສະໜູນລັດເຊຍຫຼາຍ.”

ກອງທັບຫວຽດນາມໄດ້ເອົາຊະນະສັດຕູທີ່ມີອຳນາດ. ພວກທະຫານໄດ້ຂັບໄລ່ຈັກກະພັດຝຣັ່ງ ແລະ ອາເມຣິກາອອກຈາກຜືນແຜ່ນດິນຂອງຕົນໃນ ປີ 1979 ກອງທັບຫວຽດນາມໄດ້ປະທະກັນກັບກອງທັບປົດປ່ອຍປະຊາຊົນ. ການບຸກໂຈມຕີໃນໄລຍະເວລາສັ້ນໆຂອງຈີນໄດ້ເຮັດໃຫ້ເກີດການຄອບງຳຫວຽດນາມ ໂດຍອານານິຄົມຂອງຈີນເປັນເວລານັບພັນປີ.

ທ່ານ ອາເລັກຊານເດີ ວູຫວິງ (Alexander Vuving), ສາດສະດາຈານ ຈາກສູນສຶກສາຄວາມໝັ້ນຄົງ ອາຊີ – ປາຊີຟິກ ແດນຽວ ເຄ ອິໂນອູເອະ ທີ່ນະຄອນ ໂຮໂນລູລູ ກ່າວວ່າ: ເຖິງຢ່າງໃດກໍ່ຕາມ ຮ່າໂນ້ຍ ຍັງຕ້ອງອາໄສ “ການທູດແບບໄມ້ໄຜ່ລໍ້ລົມ” ທີ່ຍືດຍຸ່ນໄດ້ ເພື່ອຮັກສາການພົວພັນກັບປະເທດເພື່ອນບ້ານທີ່ມີຄວາມຫຍຸ້ງຍາກ. ໃນຂະນະທີ່ສ້າງມິດຕະພາບກັບປະເທດມະຫາອຳນາດໜຶ່ງ ຫວຽດນາມກໍ່ມີທ່າອຽງທີ່ຈະຈັບມືກັບອີກປະເທດມະຫາອຳນາດ. ບັນດານັກສັງເກດການຫວຽດນາມ ຄາດວ່າທ່ານ ສີຈີ້ນຜິງ ຂອງຈີນ ແລະ ບາງທີແມ່ນແຕ່ທ່ານ ວະລາດີເມຍ ປູຕິນ ຂອງຣັດເຊຍ ກໍ່ຈະມາຢ້ຽມຢາມຫວຽດນາມໃນປີນີ້ເຊັ່ນກັນ, ໃນໂອກາດທີ່ທ່ານ ໄບເດັນ ແວ່ຢາມນະຄອນຫຼວງຮ່າໂນ້ຍ. ທ່ານ ວູຫວິງ ກ່າວວ່າ “ໃນະນະທີ່ຊາວຫວຽດນາມພວມເພີ່ມທະວີສາຍພົວພັນກັບອາເມລິກາ ພວກເຂົາຍັງຕ້ອງສະແດງໃຫ້ເຫັນຈີນ ແລະ ລັດເຊຍເຫັນວ່າພວກເຂົາບໍ່ມີທາງປະຖິ້ມສອງປະເທດນີ້ແນ່ນອນ. “ມັນເປັນການດຸ່ນດ່ຽງທີ່ມີລະອຽດອ່ອນທີ່ສຸດທີ່ພວກເຂົາຕ້ອງຮັກສາໄວ້.”

ການສ້າງສາຍພົວພັນແບບລັບໆລະຫວ່າງທະຫານຫວຽດນາມກັບຜູ້ສະໜອງອາວຸດທີ່ມີບັນຫາໃນການສະໜອງອາວຸດໃຫ້ຕົວເອງ ອາດຈະເບິ່ງຄືກັບວ່າບໍ່ແມ່ນຍຸດທະສາດທີ່ຊ່ຽວຊານທີ່ສຸດ. ເຈົ້າໜ້າທີ່ໜຸ່ມນ້ອຍຂອງຫວຽດນາມ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງກັບລັດຖະບານກ່າວວ່າພວກເຂົາບໍ່ສະໜັບສະໜູນຂໍ້ຕົກລົງດ້ານອາວຸດໃໝ່ກັບຣັດເຊຍ ແຕ່ກອງທັບເປັນສະຖາບັນແຫ່ງຊາດທີ່ອະນຸລັກນິຍົມທີ່ສຸດ ແລະ ບຸລິມະສິດອັນດັບໜຶ່ງແມ່ນປົກປັກຮັກສາພັກກອມມູນິດ, ບໍ່ແມ່ນລັດ.
ໃນການແກ້ໄຂບັນຫາຂອງກະຊວງການເງິນຫວຽດນາມ ຕໍ່ກັບບັນຫາດ້ານອາວຸດຂອງຫວຽດນາມ, ເອກະສານໃຫ້ຂໍ້ສັງເກດວ່າ ເຖິງວ່າອາເມລິກາອາດຈະໃຊ້ມາດຕະການລົງໂທດຕໍ່ຫວຽດນາມ ທີ່ຊື້ອາວຸດຈາກລັດເຊຍ ແຕ່ວໍຊິງຕັນກໍ່ຍັງບໍ່ມີທ່າທີຈະເຮັດຄືແນວນັ້ນໄດ້ຍ້ອນວ່າ ຮ່າໂນ້ຍ ມີຄວາມສຳຄັນຕໍ່ວໍຊິງຕັນໃນຖານະເປັນຫຸ້ນສ່ວນທາງດ້ານຍຸດທະສາດໃນຂົງເຂດອິນໂດປາຊີຟິກ ຊຶ່ງເປັນແຜນການເພື່ອຄວບຄຸມຈີນ.

ຫວຽດນາມອາດຈະຮັບຮູ້ເຖິງການຄຳນວນທີ່ສະລັບສັບຊ້ອນຂອງປະເທດມະຫາອຳນາດ. ໃນເດືອນເມສາ ທ່ານ ແດນຽວ ເຈ ຄຣີເທນບຣິງ(Daniel J. Kritenbrink), ລັດຖະມົນຕີຊ່ວຍ ກະຊວງການຕ່າງປະເທດ ຜູ້ຮັບຜິດຊອບວຽກງານໃນເຂດອາຊີຕາເວັນອອກ ແລະ ປາຊີຟິກ, ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການປະຕິບັດຕາມກົດໝາຍຂອງອາເມລິກາ ລວມທັງການລົງໂທດ ແລະ ການຫຼຸດຜ່ອນການໃຊ້ຈ່າຍທາງທະຫານອອກຈາກລັດເຊຍ ຈະເປັນໄປເພື່ອຜົນປະໂຫຍດຂອງຫວຽດນາມ.

ແຕ່ທ່ານ ຄຣີເທນບຣິງ ສະຫງວນທ່າທີທີ່ຈະວິຈານຮ່າໂນ້ຍ ແລະ ທ່ານກໍ່ບໍ່ໄດ້ໃຫ້ລາຍລະອຽດວ່າຈະມີການລົງໂທດຫຼືບໍ່.
“ຂ້າພະເຈົ້າຈະເດີນທາງໄປຫວຽດນາມ ແລະ ໝູ່ເພື່ອນຂອງຂ້າພະເຈົ້າຢູ່ຮ່າໂນ້ຍ ກໍ່ຈະໃຫ້ຄຳເຫັນກ່ຽວກັບທັດສະນະ ແລະ ຈຸດຢືນຂອງພວກເຂົາ ແຕ່ແນ່ນອນວ່າ ພວກເຮົາໄດ້ສະແດງໃຫ້ເຫັນຢ່າງຊັດເຈນແລ້ວວ່າ ພວກເຮົາມີຈຸດຢືນຄືແນວໃດຕໍ່ເລື່ອງນີ້”. ທ່ານຍັງກ່າວຕື່ມອີກວ່າ “ຫວຽດນາມເປັນໜຶ່ງໃນພັນທະມິດທີ່ສຳຄັນທີ່ສຸດຂອງພວກເຮົາໃນພາກພື້ນ ແລະ ຂ້າພະເຈົ້າກໍ່ເບິ່ງໃນແງ່ດີຕໍ່ອະນາຄົດຂອງພວກເຮົາ.”
ທ່ານ ເລີ ຮອງຮຽບ (Le Hong Hiep), ນັກວິໄຈອາວຸໂສຂອງສະຖາບັນ ISEAS-Yusof Ishak ແລະ ເປັນອະດີດພະນັກງານກະຊວງການຕ່າງປະເທດຫວຽດນາມ ກ່າວວ່າ “ອາເມລິກາບໍ່ຢາກຫ່າງເຫີນຈາກຫວຽດນາມ ໃນຂະນະທີ່ພວກເຂົາຕ້ອງການສ້າງສາຍພົວພັນການຮ່ວມມື ແລະ ພັນທະມິດໃນພາກພື້ນແຫ່ງນີ້” “ທັງສອງຝ່າຍກໍາລັງຝຶກຝົນສິລະປະຄວາມອົດທົນທາງຍຸດທະສາດ.”

Leave a Reply

Your email address will not be published. Required fields are marked *