
ພ້ອມເຊຍກັນ ຫຼື ຍັງ ໜຸ່ມຫຼໍ່ສູງຫຸ່ນດີ ຜູ້ເຂົ້າຮອບ 20 ຄົນ ຈາກເວທີຊາຍງາມ Mister Laos Mister International Laos ໜຸ່ມ ມັນເດ ພົ້ວສະຫວັດ ຫຼື ມັງໂດ້ ໝາຍເລກ mister 08 ອາຍຸ 18 ປີ ຈາກນະຄອນຫຼວງວຽງຈັນ ປັດຈຸບັນກຳລັງຈົບຊັ້ນ ມ 7 ຮຽນຢູ່ໂຮງຮຽນວັນໃໝ່.

ເວທີ Mister Laos Mister Internationnal Laos ນີ້ເປັນເວທີທຳອິດທີ່ນ້ອງໄດ້ເຂົ້າຮ່ວມການແຂ່ງຂັນໃນວົງການບັນເທີງລາວ ເຊິ່ງເປັນຄວາມຝັນອີກຢ່າງ 1 ທີ່ຕົນເອງມັກ ແລະ ຮັກຕັ້ງແຕ່ຍັງນ້ອຍແລ້ວ, ຕອນນີ້ເອງກໍເຖິງເວລາທີ່ເຮົາໄດ້ມາຮຽນຮູ້ ແລະ ເກັບກ່ຽວປະສົບການເທື່ອລະໜ້ອຍ ເພື່ອຈະໄດ້ປະສົບຄວາມສຳເລັດໃນການເຮັດວຽກໃນວົງການບັນເທີງລາວ ແລະ ກໍຂໍຂອບໃຈເວທີ Mister Laos Mister international ທີ່ເປີດໂອກາດໄດ້ນ້ອງໄດ້ມາລົງມືເຮັດຕາມຝັນ.

ຄະຕິປະຈຳໃຈຂອງມັນເດ ແມ່ນ: “ ຄວາມສຸກທາງກາຍຢູ່ນຳສຸຂະພາບ ຄວາມສຸກທາງປັນຍາຢູ່ນຳຄວາມຮູ້ ” ສໍາລັບຄວາມສາມາດທີ່ຢາກສະແດງສູ່ສາຍຕາທຸກຄົນແມ່ນ ການເປັນນັກໂຕ້ວາທີ ເພາະວ່າມັນສາມາດຝຶກທັກສະ 4 ຢ່າງໃຫ້ກັບໄວໜຸ່ມ ຄື: ອ່ານ, ຟັງ, ຂຽນ ແລະ ເວົ້າ ເຊິ່ງເປັນທັກສະທີ່ຈະເຮັດໃຫ້ພວກເຮົາໄວໜຸ່ມສາມາດຮຽນຮູ້ ແລະ ເຂົ້າໃຈຫຼາຍໆຢ່າງໃນການຮໍ່າຮຽນ ແລະ ການໃຊ້ຊີວິດປະຈຳວັນ.

ຈຸດເດັ່ນທີ່ນ້ອງຄິດວ່າຈະເອົາຊະນະໃຈຄະນະກຳມະການ ແລະໄດ້ຕຳແໜ່ງ ແມ່ນນ້ອງເປັນຄົນມີຄວາມຮັບຜິດຊອບສູງເວລາທີ່ຜູ້ໃຫຍ່ມອບໝາຍວຽກງານໃຫ້ ນ້ອງກໍຈະເຮັດເຕັມທີ່ ແລະ ຝຶກຝົນຫຼໍ່ຫຼອມຕົນເອງຢູ່ສະເໝີເຖິງວ່າບາງສິ່ງບາງຢ່າງນ້ອງບໍ່ເຄີຍເຮັດມາກ່ອນ ແລະ ນ້ອງກໍຍັງນຳປະສົບການ ຄວາມສາມາດທີ່ນ້ອງມີໄປແບ່ງປັນໃຫ້ກັບຮຸ່ນນ້ອງ ໝູ່ເພື່ອນຫຼາຍໆຄົນ, ອີກສິ່ງໜຶ່ງກໍຄືໃນການເປັນຜູ້ເວົ້າທີ່ດີ ແລະ ຜູ້ຟັງທີ່ດີ ນ້ອງເປັນຄົນທີ່ບໍ່ຢຸດພັດທະນາຕົນເອງ ແລະ ບໍ່ຢຸດທີ່ຈະໃຫ້ ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ນີ້ແລະຈະເປັນສິ່ງທີ່ຈະຊະນະໃຈກຳມະການໄດ້.

ກ່ອນເຂົ້າປະກວດນ້ອງເອງກໍມີການກຽມຕົວຫຼາຍຢ່າງ ເຊັ່ນວ່າ: ເລື່ອງການເດີນແບບ, ຄວາມສາມາດ ແລະ ຫຸ່ນ ໃນການອອກກຳລັງກາຍ, ການຄຸມອາຫານຈົນສາມາດເພີ່ມນໍ້າໜັກ ຂຶ້ນມາອີກລະດັບ 1 ແລະ ນ້ອງຍັງຈະສືບຕໍ່ສິ່ງນີ້ໄປເລື້ອຍໆ.
ສຳລັບການຊ່ວຍເຫຼືອສັງຄົມ ນ້ອງບໍ່ທັນໄດ້ມີໂອກາດນີ້ເທື່ອ ແຕ່ນ້ອງມີພຽງການແບ່ງປັນຄວາມຮູ້, ຄວາມສາມາດ ແລະ ປະສົບການໃຫ້ກັບຮຸ່ນນ້ອງໝູ່ເພື່ອນໄວໜຸ່ມຫຼາຍໆຄົນ ໃນເວທີຂອງສູນກາງຊາວໜຸ່ມ ພາຍໃຕ້ຫົວຂໍ້ “ ສຽງຂອງຂ້ອຍ ອະນາຄົດຂອງພວກເຮົາ ” ໃນຖານະນັກໂຕ້ວາທີຄົນໜຶ່ງ ເຊິ່ງເປັນເວທີໜຶ່ງທີ່ປະທັບໃຈ ແລະ ພູມໃຈຫຼາຍ.

ກິດຈະກຳຍາມວ່າງແມ່ນມັກອອກກຳລັງກາຍທົ່ວໄປ, ຟັງເພງ ແລະ ມັກຢູ່ກັບສັດຫຼາຍທີ່ສຸດ ເພາະມັນເຮັດໃຫ້ນ້ອງຮູ້ສຶກສະບາຍໃຈທີ່ສຸດ ນ້ອງມັກການແຕ່ງໂຕສະຕາຍ minimal ອອກເກົາຫຼີ ຫຼື ແບບສຸພາບທົ່ວໄປ ແລະ ສຸດທ້າຍນີ້ ນ້ອງເອງກຳລັງເກັບຕົວເຮັດກິດຈະກຳນຳໂຄງການ Mister laos ໃຫ້ທຸກໆຄົນພໍ່ແມ່ອ້າຍເອື້ອຍນ້ອງ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ມັນເດ ພົ້ວສະຫວັດ Mister08 ແດ່ເດີ FB: AF Monday PH.