Categories : ຂ່າວປະຈຳວັນLeave a comment
ຊາວເກົາຫຼີໃຕ້ພາກັນຊື້ກັກຕຸນເກືອ ແລະ ອາຫານທະເລໄວ້ ເພາະຢ້ານຍີ່ປຸ່ນປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີລົງສູ່ທະເລ
ໃນຮ້ານສັບພະສິນຄ້າຫຼາຍແຫ່ງໃນທົ່ວປະເທດເກົາຫຼີໃຕ້ ມີສິນຄ້າລາຍການດຽວທີ່ເຫັນຢ່າງຊັດເຈນວ່າຫາຍຈາກຊັ້ນວາງສິນຄ້າຢ່າງໄວວານັ້ນຄື: ເກືອ. ໃນເດືອນທີ່ຜ່ານມາ ປະເທດເກົາຫຼີໃຕ້ໄດ້ປະສົບກັບບັນຫາການຂາດເຂີນເກືອທະເລຢ່າງຮຸນແຮງ ຍ້ອນວ່າປະຊາຊົນຊື້ກັກຕຸນໄວ້ເປັນຈໍານວນຫຼວງຫຼາຍຊຶ່ງມັນສະທ້ອນໃຫ້ເຫັນຄວາມວິຕົກກັງວົນຂອງມວນຊົນທີ່ເພີ່ມຂຶ້ນ ກ່ອນມີແຜນການປ່ອຍນ້ຳທີ່ປົນເປື້ອນກຳມັນຕະພາບລັງສີທີ່ຜ່ານການບຳບັດແລ້ວຈາກໂຮງໄຟຟ້າຟູກູຊິມະ